ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນໂທ ໃຫ້ເຈົ້າໜ້າທີ່ຖືກຍິງເສຍຊີວິດ ຢູ່ແຂວງຫົວພັນ

ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນໂທ ໃຫ້ເຈົ້າໜ້າທີ່ຖືກຍິງເສຍຊີວິດ ຢູ່ແຂວງຫົວພັນ

​ ຕໍ່ກັນເຫດການທີ່ເກີດຂຶ້ນໃນວັນທີ 14 ກັນຍາ 2022, ທີ່ກຳລັງວິຊາສະເພາະກອງບັນຊາການ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກກວດກາພິສູດແຫຼ່ງຂ່າວວ່າ

ການເຄື່ອນໄຫວເປົ້າໝາຍຢາເສບຕິດ. ເຊິ່ງໃນລະຫວ່າງອອກປະຕິບັດໜ້າທີ່ຢູ່ນັ້ນໄດ້ມີຊາຍຄົນໜຶ່ງໃຊ້ອາວຸດປືນ ( ປະເພດປືນແກັບ ) ຍິງໃສ່ ຮ້ອຍເອກ ຊອມ ສີສົມທອງ ເຈົ້າໜ້າທີ່ ປກສ ກຸ່ມບ້ານຊາງຄຳ ໄດ້ຮັບບາດເຈັບສາຫັດ ໄດ້ເອົາຕົວນຳສົ່ງໂຮງໝໍແຂວງຫົວພັນ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ຕໍ່ກັບເຫດການດັ່ງກ່າວນີ້, ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃຫ້ການຊ່ວຍເຫຼືອຕໍ່ຄອບຄົວຢ່າງສົມກຽດ ເຊັ່ນ:

ໄດ້ອອກຂໍ້ຕົກລົງ ສະບັບເລກທີ 1542/ປກສ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານພິເສດໃນການແກ້ໄຂເປົ້າໝາຍ ຊື້ຂາຍ-ຢາເສບຕິດ

ຢູ່ກອງບັນຊາການ ປກສ ແຂວງຫົວພັນ ໃນນີ້, ຕົກລົງ ເລື່ອນຊັ້ນ ຮອ ຂຶ້ນເປັນ ພັທ ໃຫ້ ສະຫາຍ ຊອມ ສີສົມທອງ, ອອກຂໍ້ຕົກລົງສະບັບເລກທີ 4385/ກປທ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ 1 ໃຫ້ 1 ໜ່ວຍ.

ນອກນັ້ນ, ຫຼາຍພາກສ່ວນໄດ້ເຂົ້າວາງພວງມາລາ ແລະ ມອບເງິນນະໂຍບາຍຊ່ວຍເຫຼືອ ກິນທານເບິ່ງແຍງຄອບຄົວ ເປັນຕົ້ນແມ່ນ ຄະນະພັກ-ຄະນະບັນຊາ ກະຊວງ ປກສ ນຳໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າກົມພະນັກງານ,

ມີການນຳແຂວງຫົວພັນນຳໂດຍ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ, ກອງບັນຊາການ ປກສ ແຂວງຫົວພັນ, ການນຳເມືອງຊຳເໜືອ, ກອງບັນຊາການ ປກສ ເມືອງຊຳເໜືອ ມາຊ່ວຍເຫຼືອເບິ່ງແຍງຢ່າງເຕັມທີ່ ພ້ອມທັງມອບເງິນນະໂຍບາຍຊ່ວຍເຫຼືອຄອບຄົວສະຫາຍໃນເບື່ອງຕົ້ນ 59.406.000 ກີບ.

ຄຽງຄູ່ກັນນັ້ນ, ໃນວັນທີ 15 ກັນຍາ 2022, ການນໍາກະຊວງ ປກສ ນໍາໂດຍ ພົຈວ ຄອນສະຫວັນ ສົມພາໄຊ, ການນໍາແຂວງຫົວພັນ,

ກອງບັນຊາການ ປກສ ແຂວງຫົວພັນ, ປກສ ເມືອງ ແລະ ພາກສ່ວນຕ່າງໆ ກໍ່ໄດ້ເຂົ້າຮ່ວມງານຊາປະນາກິດສົບ ພັທ ຊອມ ສີສົມທອງ ເພຶ່ອຮ່ວມກັນໄວອາໄລ ແລະ ສົ່ງສະຫາຍເປັນຄັ້ງສຸດທ້າຍ.

ຂ່າວ ປກສ ແຂວງຫົວພັນ

Leave a Reply

Your email address will not be published. Required fields are marked *

Back to top button