ປະຫວັດ ອິນແຕ່ງ ແກ້ວບົວລາ ຜູ້ເປັນດາວປະດັບຟ້າ

ອິນແຕ່ງ ແກ້ວບົວລາ ຫຼື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ.

ອິນແຕ່ງ ຈຶ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ. ທຸກຄັ້ງທີ່ລົດມາຮັບເອົາພໍ່ໄປລຳ ນາງກໍ່ຈະແອ່ວຕິດສ້ອຍຫ້ອຍຕາມໄປນຳສະເໝີ ເພາະຄວາມຢາກຮູ້ຢາກເຫັນ. ຕອນຮຽນຢູ່ຊັ້ນປະຖົມ ສາວຄູຢາກໃຫ້ອິນແຕ່ງເປັນຕົວແທນຂອງໂຮງຮຽນໄປແຂ່ງລຳ ຍ້ອນວ່ານາງເປັນລູກໝໍລຳ ຄືຊິລຳໄດ້.

ແຕ່ໃນຄວາມເປັນຈິງແລ້ວ ໃນຕອນນັ້ນ ນາງລຳຍັງບໍ່ເປັນເລີຍ. ພໍ່ຈຶ່ງເລີ່ມແຕ່ງກອນໃຫ້ທ່ອງ ຈາກກອນໜຶ່ງ ເປັນສອງກອນ ແລະ ແຕ່ງໃຫ້ເລື້ອຍໆ. ເມື່ອພໍ່ເຝິກແອບໝໍລຳຄົນອື່ນ ນາງກໍ່ມັກໄປຈອບຟັງແລະຈົດຈຳ. ພໍພໍ່ຫັນມາສອນໃຫ້ພຽງເລັກນ້ອຍ ນາງກໍລຳເປັນໂລດ.

ຫຼັງຈາກທ່ອງກອນລຳໄດ້ຫຼາຍກອນ ແລະ ລຳເປັນແດ່ ພໍ່ກໍເລີ່ມໃຫ້ລອງລຳໃນງານຕົວຈິງ. ຫຼັງເລີກຮຽນວັນສຸກ ແລະ ເສົາທິດ ພໍ່ກໍຈະເອົາອິນແຕ່ງ ໄປນັ່ງລຳນຳ. ທຳອິດ ນາງຈະລຳດ້າມກອນສອງກອນ ແລ້ວໄປລີ້ຫຼັງໝໍແຄນເພື່ອນອນຈົນກວ່າງານຈະເລີກ. ແຕ່ພໍໄດ້ໄປລຳຫຼາຍບ້ານຫຼາຍເມືອງ ມີຊາວບ້ານຍ້ອງຍໍໍຊົມເຊີຍ ອິນແຕ່ງກໍເລີ່ມຕິດເອິກຕິດໃຈ ຢາກລຳຫຼາຍກອນຂຶ້ນ.

ຈຸດປ່ຽນສຳຄັນໜຶ່ງຂອງຊີວິດອິນແຕ່ງ ຄືຕ້ອງໄດ້ເລືອກລະຫວ່າງການຮຽນຕໍ່ ຫຼື ຊິອອກມາເປັນໝໍລຳເຕັມຕົວ ຕອນນາງຮຽນຢູ່ຊັ້ນມໍ 3 ໃນປີ 2004-5. ຍ້ອນຜົນການຮຽນບໍ່ດີຄືໝູ່ຄົນອື່ນ, ນາງຮູ້ສຶກວ່າ ເຖິງຊິຝືນຮຽນຕໍ່ ກໍບໍ່ເກີດປະໂຫຍດຫຍັງ, ປະກອບກັບຕອນນັ້ນ ສະພາບເສດຖະກິດຄອບຄົວກໍ່ຫຍຸ້ງຍາກແດ່ ນາງບໍ່ຢາກເປັນພາລະຂອງພໍ່ແມ່, ດັ່ງນັ້ນ, ອິນແຕ່ງຈຶ່ງເລືອກເສັ້ນທາງເປັນໝໍລຳເຕັມຕົວ ແລະ ທຸ້ມເທທຸກຢ່າງໃຫ້ກັບອາຊີບນີ້ຕັ້ງແຕ່ນັ້ນເປັນຕົ້ນມາ.

ໃນປີ 2008-2009 ຕອນອາຍຸ ໄດ້ 15-16 ປີ, ອິນແຕ່ງກໍຖືກປັ້ນໃຫ້ເປັນນາງເອກໝໍລຳເລື່ອງຕໍ່ກອນ ແທນນາງເອກປະຈຳຄະນະທີ່ກຳລັງຖືພາໃກ້ຈະຄອດລູກ. ໄລຍະທຳອິດທີ່ເປັນໝໍລຳເລື່ອງກໍມັກມີຫາງສຽງຈາກຜູ້ເບິ່ງຜູ້ຟັງວ່າລຳບໍ່ຄ່ອງບໍ່ໄຫຼປານໃດ. ແຕ່ນາງບອກວ່າ:

“ແຕ່ກໍເປັນຄົນທີ່ຖືຄະຕິວ່າ ດ້ານໄດ້ອາຍອົດ; ລໍາໄດ້ສໍ່າໃດ ກໍລໍາສໍ່ານັ້ນ. ຄົນຊິວ່າມາຈັ່ງໃດກໍວ່າ. ນ້ອຍໃຈຢູ່ໜ້ອຍໜຶ່ງ ແຕ່ກໍຍັງບໍ່ສູ້ຄວາມມຶນຂອງເຮົາທີ່ວ່າ ຢາກບືນລໍາ….”

ຕໍ່ມາບໍ່ນານ ອິນແຕ່ງ ກໍເລີ່ມໄດ້ຮັບຄວາມຊື່ນຊົມ ແລະ ຖືກເວົ້າເຖິງເປັນວົງກວ້າງ ຍ້ອນເປັນໄວໜຸ່ມ ແຕ່ມີຄວາມສາມາດໃນການຂັບລຳທ້ອງຖິ່ນພາກໃຕ້ ແລະ ມີນໍ້າສຽງທີ່ເປັນເອກະລັກ (ສຽງແຫບສະເໜ່) ເພາະຕອນນັ້ນ ໝໍລຳສ່ວນໃຫຍ່ ຈະເປັນຮຸ່ນໃຫຍ່, 40-50 ປີແລ້ວ. ການທີ່ໄວໜຸ່ມລຳທ້ອງຖິ່ນໄດ້ດີ ຈຶ່ງເປັນສິ່ງແປກໃໝ່ ແລະ ດຶງດູດຄວາມສົນໃຈ ຈົນເກີດມີການຈ້າງງານຢ່າງລຽນຕິດ ຈາກການບອກເລົ່າປາກຕໍ່ປາກຂອງຜູ້ເບິ່ງຜູ້ຟັງ.

ໃນໄລຍະປີ 2009-2014 ຖືເປັນໄລຍະທີ່ອິນແຕ່ງມີຊື່ສຽງແລະໄດ້ຮັບຄວາມນິຍົມທີ່ສຸດ ພ້ອມທັງຄະນະດອກຟ້າເພັດໂພນທອງ ໂດຍສະເພາະໃນບັນດາ 4 ແຂວງພາກໃຕ້. ອິນແຕ່ງເວົ້າວ່າ: ໄລຍະງານຫຸ້ມຫຼາຍ, ເດືອນໜຶ່ງ ໄດ້ນອນເຮືອນພຽງແຕ່ 2-3 ມື້ເທົ່ານັ້ນ.

“ເພາະໃນຄວາມຄິດເຮົາຄິດວ່າເຮົາຕ້ອງຟ້າວລໍາພວມເຂົາຍັງຈ້າງ. ຄັນເຮົາຊິບໍ່ຮັບງານ ມາລຽນກັນເລີຍຫັ້ນນະ ມາຄິດພໍ້ວ່າຈັກມື້ໃດ ເຂົາຊິເຊົາຈ້າງເຮົາ. ມັນກໍເລີຍເຮັດໃຫ້ເຮົາຕ້ອງໄດ້ບຸກບືນໃນຕອນນັ້ນ ແລະ ອີກສ່ວນໜຶ່ງ ຄົນແນມເບິ່ງວ່າເຮົາຫັ້ນເຫັນແກ່ເງິນຈົນບໍ່ຈັກພັກຈັກຜ່ອນ; ເຂົາບໍ່ຮູ້ວ່າຄວາມຈໍາເປັນຂອງເຮົາເປັນແນວໃດ.”

ອິນແຕ່ງເປັນທີ່ຮູ້ຈັກໃນຖານະເປັນໝໍລຳສີພັນດອນ ແລະ ລຳໂສມ. ທຸກການສະແດງຂອງຄະນະ ກໍມັກໃຫ້ນາງເປັນຜູ້ເປີດ ດ້ວຍກອນລຳສີພັນດອນ ຫຼື ລຳໂສມ ເປັນປະຈຳ.

ແຕ່ພໍຮອດປີ 2015 ເປັນຕົ້ນມາ ເລີ່ມມີຄະນະໝໍລຳນ້ອງໃໝ່ເກີດຂຶ້ນຫຼາຍ. ໃນທາງກັບກັນ, ຜູ້ຈ້າງງານພັດເລີ່ມມີໜ້ອຍລົງ ແຕ່ເລືອກຫຼາຍຂຶ້ນ ແລະ ຕ້ອງການຈ້າງໃນລາຄາທີ່ຖືກລົງ. ອິນແຕ່ງແລະຄະນະ ໄດ້ມີການເພີ່ມລາຍການສະແດງ ໃຫ້ມີຫຼາກຫຼາຍສີສັນຂຶ້ນ ເພື່ອຕອບສະໜອງກັບຄ່ານິຍົມທີ່ປ່ຽນໄປ ໂດຍມີທັງລຳນັ່ງ (ລຳສີພັນດອນ), ລຳເລື່ອງຕໍ່ກອນ, ລຳຊິ້ງ…

ອິນແຕ່ງເອງກໍໄດ້ຫັນມາຮ້ອງເພງລູກທົ່ງບ້ານນາຫຼາຍຂຶ້ນ ເພາະເປັນສິ່ງທີ່ນາງມັກຕັ້ງແຕ່ຍັງນ້ອຍ (ນອກຈາກການລຳ) ແລະ ໄດ້ອອກອາລະບໍ້າເພງ ແລະ ຂັບລຳ ຮ່ວມກັບໝໍລຳໃນຄະນະ. ຜົນງານເພງທີ່ເຮັດໃຫ້ຄົນຮູ້ຈັກອິນແຕ່ງຫຼາຍຂຶ້ນ ລວມມີ ສາວຈຳປາສັກຮັກຈິງ, ເຊົ້າສອງ ແລງສາມ, ຜ່ານຊາຍອ້າຍຍັງເອົາ.

ອິນແຕ່ງ ຖືກເຊີນໄປສະແດງທົ່ວລາວ ແລະ ປະເທດເພື່ອນບ້ານຫຼາຍຄັ້ງ ພ້ອມທັງມີການຮ່ວມສ້າງຜົນງານກັບວົງດົນຕີປະເທດໄທຫຼາຍຜົນງານ.
ໃນໄລຍະໂຄວິດ-19, ອິນແຕ່ງພ້ອມດ້ວຍຄະນະ ກໍປະສົບປັນຫາຄືກັບຫຼາຍໆອາຊີບ ທີ່ບໍ່ມີງານຈ້າງ ແຕ່ຍັງຕ້ອງໄດ້ດິ້ນຮົນໃຫ້ຢູ່ລອດ.

ນາງຫັນໄປເຮັດອາຊີບເສີມຫຼາຍຢ່າງ ຕັ້ງແຕ່ຂາຍນໍ້າປັ່ນ, ເປີດຮ້ານຂາຍຕໍາແລະອາຫານຕາມສັ່ງ, ຂາຍເລກ, ເປັນແມ່ຄ້າອອນລາຍ… ເພື່ອຈຸນເຈືອຄອບຄົວ ໃນຂະນະທີ່ລໍຖ້າການຈ້າງງານໃຫ້ກັບມາເປັນປົກກະຕິ.

ອິນແຕ່ງເຄີຍເວົ້າວ່າ: ໃນໄລຍະທີ່ມີຊື່ສຽງ ນາງປຽບເໝືອນດາວປະດັບງານ ທີ່ໃຜໆກໍຊື່ນຊົມແລະໝາຍປອງ. ແຕ່ໄລຍະຫຼັງໆມາ ເມື່ອກະແສໜ້ອຍລົງ ນາງປຽບຕົນເອງເປັນເໝືອນດັ່ງດອກໄມ້ປະດັບງານ, “ຊິເປັນດອກໄມ້ປະດັບຍ້ອນວ່າມັນມີຫຼາຍຄົນສາມາດເຮັດໄດ້ສໍ່າກັນກັບເຮົາ.

ແຕ່ເຮົາກໍບໍ່ທັນທໍ້ໃຈຢູ່ບ່ອນວ່າ: ດອກໄມ້ຕົ້ນໜຶ່ງມັນຊິມີຫຼາຍດອກ. ຄົນກໍຈະເລືອກເອົາວ່າເຂົາຊິເອົາດອກໃດ….ອັນເຂົາມັກດອກທີ່ເກີດມາກ່ອນ ຫຼື ວ່າຊິມັກດອກທີ່ກໍາລັງຊອນມາໃໝ່ – ມັນກໍກິ່ນຫອມຕ່າງກັນ; ກໍແລ້ວແຕ່ຜູ້ມັກ.

ໄລຍະຜ່ານມາບໍ່ວ່າ ງານເຮົາຈະໜ້ອຍລົງຫຼືບໍ່ ແຕ່ເຮົາກໍຍັງດີໃຈຢູ່ບ່ອນວ່າ ຄົນເຄີຍຈ້າງເຮົາໄປລໍາຕັ້ງແຕ່ປີ 2007-2008…ຫຼາຍປີຜ່ານມາເຂົາຍັງຖາມຫາເຮົາຢູ່; ເຂົາຍັງນໍາມາຈ້າງເຮົາຢູ່…ເຮົາກໍຊິບໍ່ໝົດອາຍຸການລໍາ (ໄວໆນີ້) ດອກ; ຄືຊິຍັງມີຜູ້ຟັງເຮົາຢູ່.”

ໂດຍ: Xaisongkham Induangchanth

Leave a Reply

Your email address will not be published. Required fields are marked *

Back to top button