6 ເດືອນຕົ້ນປີນີ້ ແກ້ໄຂບັນຫາຢາເສບຕິດໄດ້ 2.253 ເລື່ອງ, ຢຶດລົດໃຫຍ່ໄດ້ 82 ຄັນ, ລົດຈັກ 385 ຄັນ

​ພົຕ ຄໍາກິ່ງ ຜຸຍຫລ້າມະນີ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດແນະນໍໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ:

ຜ່ານການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ກ່ຽວຂ້ອງໃນໄລຍະ 6 ເດືອນຕົ້ນປີນີ້ ສາມາດມ້າງຄະດີຢາເສບຕິດໃນທົ່ວປະເທດໄດ້ 2.253 ເລື່ອງ, ຈັບຖືກຫາໄດ້ 3.302 ຄົນ, ຍິງ 393 ຄົນ, ໃນນີ້ ມີຕ່າງປະເທດ 70 ຄົນ, ຍິງ 6 ຄົນ.

ຢຶດຢາບ້າໄດ້ 84.736.132 ເມັດ, ຢາໄອສ໌ 1.281,42 ກິໂລກຼາມ, ເຮໂຣອິນ 24,7 ກິໂລກຼາມ, ຄັນຊາ 2.885,5 ກິໂລກຼາມ, ຝິ່ນ 82,26 ກິໂລກຼາມ, ຢາອີ 1.670 ກິໂລກຼາມ ແລະ ຢາເສບຕິດຊະນິດອື່ນໆ ອີກຈໍານວນໜຶ່ງ.

​ນອກຈາກນີ້, ເຈົ້າໜ້າທີ່ຍັງໄດ້ຢຶດລົດໃຫຍ່ໄດ້ 82 ຄັນ, ລົດຈັກ 385 ຄັນ, ພ້ອມນີ້ໄດ້ລົງສໍາຫລວດເນື້ອທີ່ລັກລອບປູກຝິ່ນໃນສົກ 2021-2022 ຢູ່ 8 ແຂວງພາກເໜືອ ມີເນື້ອທີ່ 2.000 ກວ່າຕອນ, ໃນນັ້ນໄດ້ທໍາລາຍແລ້ວ 617 ເຮັກຕາ,

ໄດ້ສັງລວມຈໍານວນຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ສະເພາະ 6 ເດືອນຕົ້ນປີນີ້ ມີ 3.802 ຄົນ, ຍິງ 106 ຄົນ, ປິ່ນປົວແລ້ວ 1.222 ຄົນ, ຍິງ 32 ຄົນ.

​ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ຕື່ມວ່າ: ປີນີ້, ກະຊວງປ້ອງກັນຄວາມສະງົບ ຍັງໄດ້ອອກໃບຢັ້ງຢືນໂຄງການປູກພືດທົດແທນການປູກຝິ່ນຢູ່ 6 ແຂວງໃນທົ່ວປະທດ ມີທັງໝົດ 43 ບໍລິສັດ ແລະ

ໄດ້ສົ່ງອອກກາເຟທົດແທນການປູກຝິ່ນ (LAOZ49) ແຂວງຫົວພັນ ໃຫ້ ບໍລິສັດ ມາລອງໂກ, ປະເທດຝລັ່ງ ມູນຄ່າ 105.600 ໂດລາສະຫະລັດ ແລະ ຂາຍພາຍໃນປະເທດ ໄມູນຄ່າຫລາຍກວ່າ 434 ລ້ານກີບ.

​ສໍາລັບ ກະຊວງປ້ອງກັນຄວາມສະຫງົບ ຖືເປັນເຈົ້າການສໍາຄັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊີ່ງແມ່ນໜຶ່ງໃນສອງວາລະແຫ່ງຊາດຂອງລັດຖະບານທີ່ຜ່ານການຮັບຮອງໃນ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IV ຈັດຂຶ້ນໃນຕົ້ນເດືອນສິງຫາ ປີ 2021 ຜ່ານມາ, ແລະ

ໃນໂອ ກາດຂຶ້ນຊີ້ແຈງຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IV ຈັດຂຶ້ນໃນລະຫວ່າງວັນທີ 13 ມິຖຸນາ ຫາ ວັນທີ 8 ກໍລະກົດ ປີ 2022 ຜ່ານມານີ້ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຢືນຢັນຢ່າງໜັກແໜ້ນວ່າ:

ຈະເລັ່ງແກ້ໄຂບັນຫາຢາເສບຕິດຢ່າງເດັດ ຂາດ ແລະ ຈະບໍ່ລະເວັ້ນວ່າຜູ້ກະທໍາຜິດແມ່ນພະນັກງານ, ທະຫານ, ຕໍາຫລວດ, ຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປ ຫລື ລູກຫລານຜູ້ໃດ,

ພ້ອມທັງຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດຊ່ວຍຕິດຕາມ ແລະ ຮຽກຮ້ອງໃຫ້ທຸກຊັ້ນຄົນໃນສັງຄົມຊ່ວຍປະກອບສ່ວນ ຖ້າພົບເຫັນສະພາບການລັກລອບຄ້າ-ຂາຍຢາເສບຕິດ ຫລື ການຮ່ວມຂະບວນການດັ່ງກ່າວໃຫ້ລາຍງານເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນເພື່ອແກ້ໄຂໃຫ້ທັນກັບສະພາບການທີ່ເກີດຂຶ້ນ.

ທີ່ມາ: FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button