ເຈົ້າໜ້າທີ່ ສະກັດຈັບເປົ້າໝາຍຢາເສບຕິດ ຈັບໄດ້ລາຍໃຫຍ່ ຫຼາຍລ້ານເມັດ

ເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍຢາເສບຕິດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ !

ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນແຫຼງຂ່າວຂອງສູນປະສານງານ 4 ຝ່າຍປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າ

ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງຕົ້ນເຜິ້ງ ). ຈາກນັ້ນ, ກອງບັນຊາການ ປກສ ແຂວງ

ໄດ້ຊີ້ນຳຫ້ອງວິຊາສະເພາະທີ່ກ່ຽວຂ້ອງລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ ) ທີ່ປະຈຳຢູ່ດ່ານບ້ານມອມ ຕິດຕາມເປົ້າໝາຍ.

ມາຮອດວັນທີ 6 ສິງຫາ 2022 ເວລາ 12:05 ນາທີ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງແມ່ນໄດ້ເຫັນເປົ້າໝາຍຂີ່ລົດຈັກເຂົ້າໄປບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື:

ທ້າວ ພອນ ສຸຕະວົງ ອາຍຸ 45 ປີ ແລະ ນາງ ມອນ ສຸຕະວົງ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງສອງຄົນແມ່ນເປັນຜົວເມຍກັນ,

ພ້ອມທັງກວດຄົນເຮືອນ ( ເຄຫະສະຖານ ) ຜ່ານການກວດຄົ້ນແມ່ນສາມາດຍຶດໄດ້ເຄື່ອງຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈຳນວນ 3.304ມັດ ເທົ່າກັບ 6.608.000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາເສບຕິດ ( ປະເພດໄອສ໌ ) 1 ກິໂລກຼາມ,

ລົດໃຫຍ່ 3 ຄັນ, ລົດຈິບປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດ 1 ຄັນ, ເງິນກີບ ຈຳນວນ 80.000.000, ເງິນບາດຈຳນວນ 4.109.000 ບາດ, ເງິນຢວນຈຳນວນ 10.000 ຢວນ.

ຕໍ່ກັບຄະນະດັ່ງກ່າວປັດຈຸບັນທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງພວມດຳເນີນການສືບສວນ-ສອບສວນຂະຜົນຫາກຸ່ມແກ້ງເຄື່ອຂ່າຍ.

ຂ່າວ: ປກສ ແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *

Back to top button