ລາຍງານສະພາບຫມໍລຳ ອີນແຕ່ງ ໂດດຂົວຂ້າມນໍ້າຂອງ

ອີງຕາມການກວດກາລົງເອົາຂໍ້ມູນຕົວຈິງຂອງກໍາລັງຈປະຈໍາການກອງຮ້ອຍປ້ອງກັນທີ່ຕັ້ງໄດ້ໃຫ້ຮູ້ວ່າ: ໃນເວລາ 10:25 ນາທີ ຂອງວັນທີ 19/09/2082 ຢູ່ຈຸດຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ ໄດ້ມີຄົນມາ ໂດດຂົວ

ເບື້ອງຕົ້ນເຈົ້າຫນ້າທີ່ເຮົາໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າມີຄົນໂດດຂົວເປັນເພດຍິງ ຫຼັງຈາກນັ້ນ ເຈົ້າຫນ້າທີ່ຈິ່ງຮີບຮ້ອນລົງໄປກວດກາສະຖານທີ່ເກີດເຫດເມື່ອໄປຮອດຈຸດເກີດເຫດຈິ່ງໄດ້ພົບເຫັນລົດເກັງ ຢີຫໍ້ ເສບໂດເຫຼັກ ສີດໍາ ຫມາຍເລກທະບຽນ ຈໍາປາສັກ ກຂ 1125 ປ້າຍເຫຼືອງ 01 ຄັນ ຈອດຢູ່ກາງຂົວ

ສ່ວນຜູ້ຂັບມາແມ່ນໄດ້ໂດດລົງນ້ໍາເພື່ອຫວັງຂ້ າໂ ຕຕາ ຍ ເຈົ້າຫນ້າທີ່ເຮົາຈິ່ງໄດ້ໄປຮ້ອງຂໍຄວາມຊ່ວຍເຫຼືອຈາກ ປະຊາຊົນທີ່ກໍາລັງຫາປາຢູ່ຜົ້ງປາກເຊ ຈິງໄດ້ອອກໄປຄົ້ນຫາແຕ່ບໍ່ເຫັນ ເຈົ້າຫນ້າທີ່ເຮົາຈິງໄດ້ປະສານຫາກູ້ໄພ ເພື່ອມາສືບຕໍ່ຊອກຫາ ສ່ວນພາຫະນະ ແມ່ນຮັກສາໄວ້ຢູ່ຫ້ອງການກອງຮ້ອຍປ້ອງກັນທີ່ຕັ້ງ.

ຜ່ານການສອບຖາມນໍາຄອບຄົວຜູ້ກ່ຽວຈີ່ງຮູ້ວ່າຜູ້ທີ່ມາໂດດຂົວຊື່ ນາງ ອີນແຕ່ງ ແກ້ວບົວລາ ອາຍຸ 30 ປີ ອາຊີບ ຊາວນາ ປະຈຸບັນຢູ່ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງ ຈໍາປາສັກ ແຮງຈູງໃຈແມ່ນບໍ່ ສາມາດຮູ້ຂໍ້ມູນ

– ຊື່ ພໍ່ ທ້າວ ບຸນທອງ ແກ້ວບົວລາ 61 ປີ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງ ຈໍາປາສັກ,

– ຊື່ ແມ່ ນາງ ເພັງ ແກ້ວບົວລາ 63 ປີ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງ ຈໍາປາສັກ, ສ່ວນກໍາລັງເຈົ້າຫນ້າທີ່ເຮົາແມ່ນໄດ້ສົມທົບກັບປະຊາຊົນ ເພື່ອສືບຕໍ່ຊອກຫາແຕ່ຍັງບໍ່ທັນເຫັນເທື່ອ

ຊົມຄລີບ

#ພາລະກິດໃນການຄົ້ນຫາ ນາງ ອິນແຕງ

ທິມງານອາສາໜັກກູ້ໄພ1623

ເຕັມທີ່ມື້ນີ້

Leave a Reply

Your email address will not be published. Required fields are marked *

Back to top button