ສາເຫດທີ່ຫຼາຍຄົນບໍ່ຄາດຄິດ ຕໍ່ການຕັດສິນໃຈຂອງໝໍລຳ ອິນແຕ່ງ

ຈາກເຫດການທີ່ຫຼາຍຄົນບໍ່ຄາດຄິດ ຕໍ່ການຕັດສິນໃຈຂອງໝໍລຳ ອິນແຕ່ງ ວັນທີ​ 19 ກັນຍາ 2022 ຜ່ານມາ​ ສ້າງຄວາມສົງໄສ ແລະ​ ເກີດຄຳຖາມຕ່າງໆນານາ ແຕ່ບໍ່ມີໃຜໃຫ້ຄຳຕອບໄດ້.

ໃນຄວາມຄິດເຫັນໜຶ່ງທີ່ມີຄວາມເປັນໄປໄດ້ສູງ ຕລ່ໂພສຂອງອິນແຕ່ງຄື ຄອມເມັ້ນດັງກ່າວ ບອກກວ່າ​ ອິນແຕ່ງກູ້ເງິນມາປ່ອຍຕໍ່ ແຕ່ຖືກບ້ຽວ ແລ້ວໄຊ້ຕົ້ນບໍ່ທັນ ເລີຍຖືກປະຈານ ເຮັດໃຫ້ຮູ້ສຶກທໍ້.

ຖ້າເຮົາເບິ່ງໃນຄວາມຄິດເຫັນນີ້ມີຄວາມເປັນໄປໄດ້ ເພາະໂພສຂອງອິນແຕ່ງເວົ້າເຖິງ ລູກໜີ້ທີ່ຢືມອິນແຕ່ງຕໍ່ບໍ່ມາຈ່າຍ ເຮັດໃຫ້ຈ່າຍຕົ້ນບໍ່ທັນ.

ແຕ່ເຖິງຢ່າງໃດກໍຕາມເລື່ອງນີ້ຕ້ອງລໍເບິ່ງຄວາມຈິງກ່ອນ.​

ເຊີ່ງເຟສຂອງຂອງ ດອກຟ້າເພັດໂພນທອງ ເປັນເຟສຂອງຫມໍລຳອີນແຕ່ງໄດ້ໂພສວ່າ:

” ລູກຂໍໂທດເດີ ພໍ່ ແລະ ແມ່ທັງສອງ ໃນສິ່ງທີ່ເຮັດຜິດພາດໄປ ມັນໜັກເເຮງແລ້ວ ບໍ່ມີປັນຍາບໍ່ມີຄວາມສາມາດໃຊ້ເເລ້ວ

ຂໍໂທດນຳອ້າຍ ພີ່ເອອື້ຍ ຫຼານໆ ເບິ່ງແຍງໂຕເອງດີດີເດີ
ຂໍໂທດອ້າຍ ໝູ່ ທຸກຄົນທີ່ເເຕ່ງໄປລົບກວນສ້າງຄວາມເດືອດຮ້ອນໃຫ້

ຂໍໂທດທີມງານທຸກຄົນທີ່ຫວັງເພິ່ງວຽກງານນຳ ຂໍໃຫ້ພວກເຈົ້າສູ້ຊົນອົດທົນຕໍ່ສູ້ຊີວິດເດີ
ຂໍໂທດນຳເຈົ້າໜີ້ທຸກຄົນ ທີ່ເເຕ່ງໄປຢືມໄປກູ້ມາ
ສ່ວນລູກໜີ້ທີ່ກູ້ຢືມໄປ ຂໍໃຫ້ພວກເຈົ້າມາຈ່າຍຄືນພໍ່ເເມ່ເຮົາເດີ

ທີ່ຮັກຂອງນ້ອງເບິ່ງເເຍງຕົວເອງດີດີເດີ ເມຍທົນຢູ່ຕໍ່ໄປບໍ່ໄດ້ເເລ້ວ ເມຍຮັກເຈົ້າເດີ

ພໍ່ເອີ້ຍ ເເມ່ເອີ້ຍ ລູກຂໍໂທດ

ຂໍທຸກຄົນອະໂຫສີກຳໃຫ້ອິນເເຕ່ງແນ່ເດີ “

ປັດຈຸບັນ ຍັງບໍ່ພົບໂຕ ຂໍໃຫ້ປອດໄພເດີ 🙏🏻🙏🏻

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button