ໃຊ້ເວລາຫວ່າງເກີດຜົນປະໂຫຍດ ມີລາຍໄດ້ຮັບທີ່ດີ

ທ່ານ ນາງ ອຸດາໄລ ພະໄຊຈະເລີນ ໃຫ້ສໍາພາດ ຕໍ່ກົມສື່ມວນຊົນ ໜຸ່ມລາວ ວ່າ: ຕົນເອງກໍ່ ເປັນພະນັກງານລັດຖະກອນ ໄດ້ສັງກັດຢູ່ພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ຜົວກໍ່ເປັນພະນັກງານສັງກັດຢູພະແນກການເງີນແຂວງ, ມີລູກຮ່ວມກັນ 2 ຄົນ,

ແຕ່ກ່ອນຕົນເອງ ແລະ ຄອບຄົວແມ່ນອາໃສ ແຕ່ເງີນເດືອນຂອງການເປັນພະນັກງານ ເຫັນວ່າລາຍຮັບພໍແຕ່ກຸ້ມກິນເທົ່ານັ້ນ ຫຼັງຈາກນັ້ນມາຮອດ ປີ 2018 ຕົນ ແລະ ຄອບຄົວຈຶ່ງມີແນວຄວາມຄິດລິເລີ່ມຢາກຫັນເອົາເວລາວ່າງມາສ້າງເສດຖະກິດຄອບຄົວ ດ້ວຍການລ້ຽງເປັດໄຂ່ຂາຍ, ສະຖານທີ່ແມ່ນຢູ່ບ້ານມ່ວງສຸມ, ເມືອງທ່າແຂກ, ແຂວງຄຳມ່ວນ.

ການລົງທຶນເບື້ອງຕົ້ນ ແມ່ນເປັນຈຳນວນເງິນ 50 ລ້ານກີບ ງົບປະມານໃນການລົງທຶນ ແມ່ນຂອງຄອບຄົວຂ້າພະເຈົ້າເອງ ເພື່ອມາຈັດສັນສະຖານທີ່ໂດຍມີ ເນື້ອທີ່ໃນປູກຝັງ-ລ້ຽງສັດ ແມ່ນພຽງເຄິ່ງເຮັກຕາເຊິ່ງແບ່ງເນື້ອທີ່ປູກໝາກຂຽບ, ລ້ຽງສັດ ( ຫມູ, ແບ້, ງົວ, ໄກ່ງ່ວງ, ໄກ່ລາດ )

ເບື້ອງຕົ້ນແມ່ນໄດ້ນຳເປັດໄຂ່ມາລ້ຽງ ຄັ້ງທຳອິດ ຈຳນວນ 200 ໂຕ ມາຮອດປະຈຸບັນນີ້ແມ່ນຈຳນວນ 3,000 ໂຕ ຊື້ມາໃນລາຄາ 1 ໂຕ ລາຄາ 90,000 ກີບ ໄລຍະການລ້ຽງ 1 ເດືອນ ແມ່ນສາມາດເກັບໄຂ່ຂາຍໄດ້ແລ້ວ ເປັນລາຍຮັບແຕ່ລະມື້ ຈົນກວ່າເປັດອາຍຸໄດ້ ປີປາຍ ຖືວ່າສຸດໄຂ່, ການລ້ຽງກໍ່ຄືໃຫ້ອາຫານເຊົ້າ, ແລງ, ເປັດພັນໄຂ່ ນີ້ເປີເຊັນການຕາຍແມ່ນມີໜ້ອຍ, ແຮງງານຫຼັກຕົ້ນຕໍໃນຄອບຄົວ ມີ 4 ຄົນ ຄື: ນ ອຸດາໄລ ກັບຜົວຂອງເພິ່ນ ແລະ ຈ້າງຄົນງານເພີ່ມ 2 ຄົນ.

ເຖິງວ່າຈະບໍ່ໄດ້ເປັນຟາມໃຫຍ່ກໍ່ຕາມ ແຕ່ກໍ່ສາມາດແກ້ໄຂຊີວິດການເປັນຢູ່ພາຍໃນຄອບຄົວ ໄດ້ສະເລ່ຍແລ້ວໃນ 1 ເດືອນ ມີລາຍຮັບຈາກການຂາຍໄຂ່ເປັດ ປະມານ 50-60 ລ້ານກີບຕໍ່ເດືອນ ລາຍຮັບນີ້ແມ່ນໄດ້ຫັກລົບຕົ້ນທຶນແລ້ວ,

ເຊີ່ງໃນແຕ່ລະມື້ ທ່ານ ນາງ ອຸດາໄລ ຈະຕື່ນນອນ 5 ໂມງເຊົ້າເພື່ອມາໃຫ້ອາຫານເປັດ, ໄກ່, ໜູ ແລະ ເກັບໄຂ່ເປັດ ໃສ່ແຕະໄວ້ເພື່ອກຽມສົ່ງລູກຄ້າ, 7 ໂມງເຄິ່ງ ໄປການປົກກະຕິ ຫຼັງຈາກເລີກການຕອນທ່ຽງຈຶ່ງໄດ້ເລາະສົ່ງໃຫ້ລູກຄ້າຕາມທີ່ມີການສັ່ງຈອງໄວ້, ສຳລັບກາຍຂາຍແມ່ນ 1 ແຕະ ມີ 30 ໜ່ວຍ ຂາຍໃນລາຄາ 66,000 ກີບ.

ນອກຈາກການຂາຍໄຂ່ເປັດແລ້ວ ມີຂີ້ເປັດຂາຍນຳອີກ ຈະຂາຍໃນລາຄາເປົາລະ 15,000 ກີບ ແລະ ຍັງຂາຍເປັດ ໂຕທີ່ມັນສຸດໄຂ່ແລ້ວ ຂາຍໃນລາຄາ 1 ໂຕ 25,000 ກີບ ສາມາດເວົ້າໄດ້ວ່າ ຜົນລາຍຮັບທັງໝົດ ຈາກການຂາຍໄຂ່, ຂາຍເປັດ ແລະ ຂາຍຝຸ່ນຄອກ ລວມລາຍຮັບ ຈໍານວນ 600 ລ້ານກີບ/1ຊຸດ ຂອງການລ້ຽງ; ແຜນພັດທະນາໃນຕໍ່ໜ້າ: ຈະເສີມຂະຫຍາຍການລ້ຽງເປັດພັນຊີ້ນ, ໜູ ລາດ ແລະ ໄກ່ພັນໄຂ່ ແມ່ນຈະໄດ້ເລີ່ມຂະຫຍາຍພັນໃຫ້ທັນກັບຄວາມຮຽກຮ້ອງຕ້ອງຂອງຕະຫຼາດ.

ຍ້ອນຄວາມດຸໝັ່ນ ຊື່ສັດ ປະຢັດອົດທົນ ຈິ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າ ຫຼຸດພົ້ນອອກຈາກຄວາມທຸກຍາກ ກາຍເປັນຄອບຄົວຊາວໜຸ່ມຕົວແບບ ປະຈຸບັນມີເຮືອນຢູ່ທີ່ຖາວອນ ແລະ ມີເງິນທ້ອນຈຳນວນໜຶ່ງ ເພື່ອໄວ້ສົ່ງລູກຮຽນ ແລະ ໃຊ້ໃນຍາມສຸກເສີນ.

ຖ້າຫາກໜູ່ເພື່ອນ ຫຼື ວ່າທ່ານໃດຢາກຖອດຖອນບົດຮຽນດ້ານການເຮັດກິດຈະກໍາປະສົມປະສານແບບນີ້ ກໍ່ສາມາດມາຖອດຖອນບົດຮຽນ ຫຼື ຕ້ອງການເປັດເພື່ອໄປລ້ຽງ ກໍ່ຕິດຕໍ່ປະສານຫາເພິ່ນໄດ້ ທ່ານ ນາງ ອຸດາໄລ ພະໄຊຈະເລີນ ຫຼື ຕຸຍ ເບີໂທລະສັບ 020 54788565.

Cr. ກົມສື່ມວນຊົນໜຸ່ມລາວ

Leave a Reply

Your email address will not be published. Required fields are marked *

Back to top button