ອພສ ເມືອງລະມາມ ມອບອຸປະກອນການຮຽນໃຫ້ໂຮງຮຽນບ້ານລະວີລໍາພັນ

ອພສ ເມືອງລະມາມ ມອບອຸປະກອນການຮຽນໃຫ້ໂຮງຮຽນບ້ານລະວີລໍາພັນ

ພະອາຈານ ກໍລະກັນ ເຊື້ອໂຊດ ອະໂສໂກ ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະໜາສໍາພັນລາວ (ອພສ) ເມືອງ ຫົວໜ້າກໍາມາທິການສາທາລະນຸປະການ ອພສ ເມືອງລະມາມ ແຂວງເຊກອງ ພ້ອມຄະນະ ໄດ້ນໍາເອົາປຶ້ມຂຽນ, ບິກ, ສໍດໍາ, ບັນທັດ ແລະ

ບານເຕະ ລວມມູນຄ່າເກືອບ 4 ລ້ານກີບ ໄປມອບໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານລະວີລໍາພັນ ເມືອງລະມາມ ຊຶ່ງກ່າວຮັບແມ່ນ ທ່ານ ບຸນອ້ອມ ອິນທະວົງ ຜູ້ອໍານວຍການໂຮງຮຽນປະຖົມສົມບູນບ້ານລະວີລໍາພັນ ໂດຍມີທ່ານ ຄໍາຜ່ອງ ເຜົ່າລະວີ ປະທານແນວລາວສ້າງຊາດເມືອງລະມາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບຸນອ້ອມ ອິນທະວົງ ແລະ ນາຍບ້ານລະວີລໍາພັນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ພະອາຈານ ກໍລະກັນ ເຊື້ອໂຊດ ອະໂສໂກ ກໍຄື ອພສ ເມືອງ ແລະ ອົງການຈັດຕັ້ງພັກ-ລັດ,

ບໍລິສັດ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຈິດໃຈສັດທາຮ່ວມທຶນຮອນຈັດຊື້ອຸປະກອນການຮຽນດັ່ງ​ກ່າວ ມາມອບໃຫ້ໂຮງຮຽນບ້ານຂອງພວກຂ້າພະເຈົ້າໃນຄັ້ງນີ້

ຊຶ່ງເປັນກໍາລັງແຮງໜຶ່ງໃນການຊ່ວຍເຫຼືອຫຼຸດຜ່ອນຄ່າໃຊ້ຈ່າຍຂອງພໍ່ແມ່ນັກຮຽນໃນການຈັດຊື້ອຸປະກອນຕ່າງໆໃຫ້ແກ່ລູກ ແລະ ຂໍອວຍພອນອັນປະເສີດແກ່ ພະອາຈານ ກໍລະກັນ ພ້ອມດ້ວຍພະເຖຣາ-ນຸເຖລະ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.

(ຂ່າວ-ພາບ: ສັນຍາ)

Leave a Reply

Your email address will not be published. Required fields are marked *

Back to top button