ແຕ່ລະແຂວງນີ້ ຈົ່ງກຽມຮັບມືຕໍ່. ຄາດຄະເນສະພາບອາກາດ ມື້ນີ້ ຫາ 25 ກັນຍາ 2022

I. ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ກັນຍາ 2022. ໃນໄລຍະຫນຶ່ງອາທິດຕໍ່ຫນ້າ ວັນທີ 19 ຫາ 25 ກັນຍາ 2022, ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກປະເທດ ລາວດ້ວຍກໍລັງອ່ອນ, ສົມທົບກັບລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່,

ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກຟ້າ ຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

II ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 19 ຫາ 25 ກັນຍາ 2022, ອາກາດເຢັນໃນຕອນເຊົ້າ ແລະ ຈະ ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສູດ 17 – 20 ອົງສາ ແລະ ສູງສຸດ 27 – 29 ອົງສາ

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະວັນທີ 19 ຫາ 25 ກັນຍາ 2022, ອາກາດເຢັນໃນອນເຊົ້າ, ຈະມີຝົນຕົກຟ້າຮ້ອງ-ຟ້າ ເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ອຸນຫະພູມຕໍ່າສູດ 20 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ

ພາກກາງ: ໃນໄລຍະວັນທີ 19 ຫາ 25 ກັນຍາ 2022, ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ໍາສຸດ 22 – 24 ອົງສາ ແລະ ສູງສູດ 32 – 34.

ສໍາລັບ ແຂວງ ໄຊສົມບູນ: ໃນໄລຍະວັນທີ 19 ຫາ 25 ກັນຍາ 2022, ອາກາດຈະຫນາວເຢັນໃນຕອນເຊົ້າ, ຈະມີ ຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງສຸດ 25 – 28 ອົງສາ

ພາກໃຕ້: ໃນໄລຍະຫນຶ່ງອາທິດຕໍ່ຫນ້າວັນທີ 19 ຫາ 25 ກັນຍາ 2002 ອາກາດຮ້ອນ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະ ດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອູນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງ ສຸດ 30 – 34 ອົງສາ,

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ຫນາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີ ຝົນຕົກຟ້າຮ້ອງ-ຟ້າຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 14 – 18 ອົງສາ ແລະ ສູງສຸດ 21 – 27 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 19 ຫາ 25 ກັນຍາ 2022 ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 32 – 34 ອົງສາ,

III. ສະຫຼຸບສະພາບອາກາດ ແລະ ລະດັບນ້ໍາ ໃນໄລຍະວັນທີ 12 ຫາ 19 ກັນຍາ 2022.

1.1 ສະພາບອາກາດໂດຍທົ່ວໄປ;

ໃນໄລຍະວັນທີ 12 ຫາ 15 ກັນຍາ 2022 ຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງໄດ້ເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນໄລຍະວັນທີ 16 ຫາ 19 ກັນຍາ 2022 ຮ່ອງຄວາມກົດຕົ້ນອາກາດໄດ້ພາດຜ່ານຢູ່ແຂວງພາກເຫນືອດ້ານຕາເວັນຕົກລົງ ຫາ ພາກກາງ ຂອງປະເທດລາວສົມທົບ ກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງອ່ອນ, ຊຶ່ງໄດ້ເຮັດໃຫ້ອາກາດເຢັນໃນຕອນເຊົ້າ ໂດຍສະເພາະ ຢູ່ແຂວງພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນ ແລະ ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກຫຼາຍ ຢູ່ບາງທ້ອງຖິ່ນແຂວງພາກໃຕ້. ່

ກ. ລາຍງານສະພາບອຸນຫະພູມ: ໃນຫນຶ່ງອາທິດຜ່ານມາ ສະພາບອຸນຫະພູມ ອາກາດໄດ້ເຢັນໃນຕອນເຊົ້າ ໂດຍ ສະເພາະຢູ່ເຂດພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ຊື່ງອຸນຫະພູມຕ່ໍາສຸດຂີດ ແທກໄດ້ 15 – 18 ອົງສາ ແລະ ສູງສຸດຂີດແທກໄດ້ 26 – 29 ອົງສາ, ສໍາລັບແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກາງ ແລະ ພາກໃຕ້ ອາກາດຮ້ອນ, ອຸນຫະພູມຕ່ໍາສຸດຂີດ ແທກໄດ້ 19 – 23 ອົງສາ ແລະ ສູງສຸດຂີດແທກໄດ້ 32 – 34 ອົງສາ.

ຂ. ລາຍງານສະພາບຝົນ: ໃນໄລຍະຫນຶ່ງອາທິດຜ່ານມາ ໃນວັນທີ 12 ຫາ 18 ກັນຍາ 2012 ໄດ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ມີຝົນຕົກຫນັກ ຫາ ຫນັກຫຼາຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້,

ຊື່ງປະລິມານນ້ໍາຝົນ 24 ຊົ່ວໂມງ ແທກໄດ້ແຮງສຸດ ທີ່ສະຖານີ ວຽງພູຄາ 43,4 ມິນລີແມັດ, ວຽງທອງ 41,5 ມິນລີແມັດ, ເຊໂນ 39.6 ມິນລີແມັດ, ນິຄົມ34 47,9 ມິນລີແມັດ, ສາລະວັນ 45.0 ມິນລີແມັດ, ເຊກອງ 45,2 ມິນລີແມັດ, ທ່າເເຕງ 55.0 ມິນລີແມັດ ( ໃນວັນທີ 12 ກັນຍາ 2022),

ສະຫັວນນະເຂດ 51.0 ມີນລີແມັດ (ໃນວັນທີ 14 ກັນຍາ 2022), ອັດຕະປື 38.9 ມິນລີແມັດ (ໃນວັນທີ 15 ກັນຍາ 2022), ວຽງໄຊ 42,6 ມິນລີແມັດ, ຊໍາເຫນືອ 37.1 ມິນລີແມັດ, ຫ້ວຍຊາຍ 39,8 ມິນລີແມັດ, ຫຼວງພະບາງ 37.5 ມິນລີແມັດ(ໃນວັນ ທີ 16 ກັນຍາ 2022), ເຊໂນ 41.5 ມິນລີແມັດ, ປາກເຊ 108.1 ມິນລີແມັດ (ໃນວັນທີ 17 ກັນຍາ 2022) ແລະ ໄຊ ຍະບູລີ 19.1 ມິນລີແມັດ (ໃນວັນທີ 18 ກັນຍາ 2022).

1.2. ສະພາບລະດັບແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາໃນຂົງເຂດທົ່ວປະເທດລາວ ແຕ່ວັນທີ 12 ຫາ 18 ກັນຍາ2022:

ໃນໄລຍະວັນທີ 12 ຫາ 18 ກັນຍາ 2022, ພາກເຫນືອເຫັນໄດ້ວ່າ ລະດັບນໍ້າແຕ່ລະສະຖານີແມ່ນຫຼຸດລົງແຕ່ຕົ້ນ ຫາ ທ້າຍອາທິດ, ຍົກເວັ້ນສະຖານີນ້ໍາຊໍາ (ຊໍາເຫນືອ) ລະດັບນ້ໍາແມ່ນເພິ່ມຂື້ນໃນກາງ ຫາ ທ້າຍອາທິດ, ພາກກາງນ້ໍາງື່ມ ເຫັນ ໄດ້ວ່າແຕ່ລະສະຖານີລະດັບນ້ໍາແມ່ນຫຼຸດລົງແຕ່ກາງ ຫາ ທ້າຍອາທິດ, ນໍ້າງຽບ (ມ. ໃຫມ່)

ລະດັບນ້ໍາແມ່ນຫຼຸດລົງໃນໄລຍະ ກາງອາທິດ, ນ້ໍາຊັນ (ມ.ເກົ່າ) ລະດັບນໍ້າແມ່ນເພີ່ມຂື້ນໃນທ້າຍອາທິດເລັກຫນ້ອຍ ແລະ ນ້ໍາກະດິງ (ໂພນສີ) ລະດັບນ້ໍາໄດ້ ຫຼຸດລົງແຕ່ຕົ້ນ ຫາ ທ້າຍອາທິດ, ເຊບັ້ງໄຟ ລະດັບນ້ໍາແຕ່ລະສະຖານີແມ່ນ ເພິ່ມຂື້ນແຕ່ກາງ ຫາ ທ້າຍອາທິດສໍາລັບ ພາກ ໃຕ້ ເຊໂດນ, ເຊບັ້ງຫຽງ ແລະ ເຊກອງ ແຕ່ລະສະຖານີລະດັບນ້ໍາແມ່ນເພິ່ມຂື້ນໃນ ກາງ ຫາ ທ້າຍອາທິດ.


..

..

..

Leave a Reply

Your email address will not be published. Required fields are marked *

Back to top button