ງົງຕາມໆກັນ! ເກີດຫຍັງຂຶ້ນ? ສັ່ງປົດຕຳແໜ່ງນາງງາມ ແບບສາຍຟ້າແລບ

ພວກເຮົາ ກອງປະກວດ Miss Universe Laos ຜູ້ຈັດງານປະກວດ ໃນປີ 2020, ຕ້ອງຂໍແຈ້ງມາຍັງທຸກທ່ານ ແລະ ຜູ້ຕິດຕາມກອງປະກວດວ່າ:

ພວກເຮົາຈະຂໍຖອດຕຳແຫນ່ງ ນາງສາວ ຄຣິສຕິນາ ລາຊະສິມມາ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ Miss Universe Laos 2020 ເຊິ່ງໄດ້ເຊັນສັນຍາ ແບບເປັນລາຍລັກອັກສອນ ກັບທີມງານຂອງພວກເຮົາ ເຊິ່ງຜູ້ກ່ຽວບໍ່ໄດ້ປະຕິບັດຕາມສັນຍາ ຄັ້ງວັນທີ 29 ເມສາ 2021 ທີ່ໄດ້ເຊັນຮ່ວມກັນ ດັ່ງນີ້:

1. ຜູ້ກ່ຽວ ໄດ້ເພີກເສີຍຕໍ່ການ ປະຕິບັດພາລະກິດ ທີ່ທາງກອງປະກວດວາງອອກ ແລະ ບໍ່ໄດ້ພະຍາຍາມໃຫ້ການຮ່ວມມື ຕະຫລອດໄລຍະເວລາຂອງສັນຍາ.

2. ຜູ້ກ່ຽວໄດ້ມີການ ປິດກັ້ນ(ບລັອກ)​ການຕິດຕໍ່ກັບທີມງານ Facebook, Instagram ແລະ ອື່ນໆໂດຍບໍ່ໄດ້ມີການຊີ້ແຈງ ເຫດຜົນ ຫລື ພະຍາຍາມ ປຶກສາຫາລື ກັບທີມງານ ເພື່ອການຮ່ວມມື ທີ່ມີປະສິດຕິພາບ.

3. ຜູ້ກ່ຽວຮັບງານ ຫຼື​ ໂຄສະນາສິນຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ​ບໍ່ມີການບອກກ່າວທາງກອງປະກວດ ແຕ່ຢ່າງໃດ.

4. ໃຊ້ social media ໃນການໃຫ້ຂ່າວທີ່ມີລັກສະນະສອງແງ່ສອງຫງ່າມເພື່ອເຮັດໃຫ້ສັງຄົມເຂົ້າໃຈຜິດທາງກອງປະກວດ ແລະ ທີມງານ5. ລະເລີຍໃນການປະຕິບັດໜ້າທີ່ຊອ່ຍເຫຼືອປະຊາຊົນທີ່ນາງສາວໄດ້ໃຫ້ຄຳສັນຍາກອ່ນຮັບຕຳແໜ່ງ

ແລະ ເຖິງວ່າ ປີນີ້ ຈະເປັນປີດຽວທີ່ ກອງປະກວດໃຫມ່ໄດ້ຮັບຈັດງານກໍ່ຕາມ ແຕ່ຜູ້ກ່ຽວຖືວ່າໄດ້ເຊັນສັນຍາ ກັບກອງປະກອດ MUL 2020 ໂດຍບໍ່ໄດ້ມີການໂມຄະສັນຍາ.ດັ່ງນັ້ນ ຈຶ່ງຖືວ່າ ນາງສາວ ຄຣິສຕີນາ ລາຊະສີມມາ ໄດ້ມີການລະເມີດຂໍ້ຕົກລົງ ຢ່າງໃຫ້ອະໄພໄດ້ຍາກ ເຊິ່ງຜູ້ກ່ຽວຈະບໍ່ສາມາດໃຊ້ຄຳລົງທ້າຍ MISS UNIVERSE LAOS 2020 ໄດ້ອີກຕໍ່ໄປ ຈົນກວ່າຈະມີການ ໂອ້ລົມ ຊີ້ແຈງຮ່ວມກັນກັບທີມງານ ຢ່າງເປັນທາງການ.

ທາງທີມງານ ກອງປະກວດ THE MISS UNIVERSE LAOS ORGANIZATION ຈຶ່ງຂໍຖືໂອກາດນີ້ ແຈ້ງມາຍັງທຸກທ່ານ ເພື່ອຮັບຊາບ.ແລະ ຕ້ອງຂໍອະໄພມາຍັງແຟນນາງງາມ ທຸກທ່ານ ທີ່ອາດຈະຕ້ອງເຮັດໃຫ້ເກີດຄວາມເຄືອງໃຈ ແຕ່ທຸກຢ່າງແມ່ນມັນມີເຫດຜົນ ແລະ ທີ່ມາທີ່ໄປ ທີ່ທາງເຮົາກໍ່ບໍ່ສາມາດເວົ້າອອກມາໄດ້ຫມົດ ເພື່ອບໍ່ປົກປ້ອງພາບລັກຂອງໂຕນາງງາມເອງ.*ແຈ້ງການຈາກສູນຊາວໜຸ່ມຈະອອກໃນໄວໆນີ້.

Leave a Reply

Your email address will not be published. Required fields are marked *

Back to top button