ເປີດໂອກາດ ໃຫ້ຂາຍສິນຄ້າຫັດຖະກຳ ຢູ່ຖະໜົນແຫ່ງບຸນ ໂດຍບໍ່ເສຍຄ່າ

ເປີດໂອກາດ ໃຫ້ຂາຍສິນຄ້າຫັດຖະກຳ ຢູ່ຖະໜົນແຫ່ງບຸນ ໂດຍບໍ່ເສຍຄ່າ

ບໍລິສັດ ວີເທັກແຄ ຮ່ວມກັບຄະນະຈັດສັນເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ເປີດໂອກາດໃຫ້ຜູ້ປະກອບການດ້ານຫັດຖະກຳ ແລະ ຜູ້ປະກອບການຜະ ລິດຕະພັນພື້ນເມືອງລາວ ນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍ ຢູ່ຖະໜົນວັດທະນະທຳແຫ່ງບຸນ ໂດຍບໍ່ມີຄ່າໃຊ້ຈ່າຍ

. ທັງນີ້, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນລາວ, ສີໄມ້ລາຍມືຂອງຄົນລາວ, ຜະລິດໂດຍຄົນລາວທີ່ເປັນເອກະລັກ ໃຫ້ເປັນທີ່ຮູ້ຈັກໄປທົ່ວໂລກ ກໍຄື ຊຸກຍູ້ສົ່ງເສີມຜູ້ປະກອບການໃຫ້ມີລາຍຮັບ, ມີວຽກເຮັດງານທຳທີ່ໝັ້ນຄົງ, ທັງເປັນການປະກອບສ່ວນຟື້ນຟູກິ່ນອາຍ ແຫ່ງຄວາມມີສະເໜ່ຂອງວິຖີຊີວິດວັດທະນະທຳ ຂອງຄົນໃນຊຸມຊົນ ທີ່ມີຊີວິດຊີວາ.

,

ນອກນັ້ນ, ຍັງໄດ້ເປີດໂອກາດໃຫ້ສະມາພັນແມ່ຍິງດ້ອຍໂອກາດ ແລະ ສະມາຄົມຄົນພິການ ນຳເອົາສິນຄ້າຂອງຕົນ ມາວາງສະແດງ ແລະ ຈຳໜ່າຍ ຕື່ມອີກ ເຊິ່ງຖະໜົນແຫ່ງບຸນດັ່ງກ່າວ ແມ່ນນັບແຕ່ 4 ແຍກເຊັນເຕີພ້ອຍສີຫອມ ໄປຫາ ຫໍວັດທະນະທຳແຫ່ງຊາດ, ຕິດກັບຕະຫລາດວັນວານ, ຂຶ້ນບ້ານຫາຍໂສກ-ອານຸ-ມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຖະໜົນວັດທະນະທຳແຫ່ງບຸນ ມີຄວາມໂດດເດັ່ນທາງດ້ານອາຫານ ເຊິ່ງໄດ້ຮວບຮວມເອົາທັງອາຫານພື້ນເມືອງລາວ, ອາຫານນານາຊາດ ເຂົ້າມາຮວມໂຕກັນຢູ່ໃນພື້ນທີ່ນີ້ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າທີ່ມີຄວາມຕ້ອງການອາຫານການກິນທີ່ຫລາກຫລາຍ ໂດຍມີຮ້ານອາຫານຫລາກຫລາຍປະ ເພດບໍ່ຊໍ້າກັນ, ມີທັງອາຫານລາວ ແລະ ອາຫານ ນາໆຊາດ

,,

ທີ່ຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ລົດຊາດອາຫານ. ສຳລັບ ຮ້ານອາຫານນາໆຊາດ ຈະແມ່ນເຈົ້າຂອງປະເທດນັ້ນໆເຊັ່ນ: ເກົາຫລີ, ຝຣັ່ງ ແລະ ເຢຍລະມັນ ຈະເປັນເຈົ້າຂອງຮ້ານ ແລະ ສ້າງເມນູອາຫານທີ່ເປັນລົດຊາດຕົ້ນຕຳຫລັບຂອງພວກເຂົາ ໃຫ້ບັນດາທ່ານໄດ້ຮັບປະທານ;

ນອກນັ້ນ, ຍັງມີຮ້ານຜະລິດຕະພັນຫັດຖະກຳ ເຊັ່ນ: ຮ້ານຂາຍສິ້ນ, ເສື້ອຜ້າ, ກະເປົາ, ຮູບແຕ້ມ ແລະ ອື່ນໆ ທີ່ຫລາກຫລາຍ ທີ່ເປັນຜະລິດຕະພັນຂອງຄົນລາວ 100%.

ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນຂອງຄົນລາວ ກໍຄື ຜູ້ປະກອບການດ້ານຫັດຖະກຳ ໄດ້ນຳເອົາສິນຄ້າຂອງຕົນ ເຂົ້າມາວາງສະແດງຢູ່ຖະໜົນດັ່ງກ່າວ, ບໍລິສັດ ວີເທັກແຄ ໄດ້ເຊື້ອເຊີນເອົາ ນັກມາຍາກົນທີ່ມີຊື່ສຽງ ຈາກປະເທດເພື່ອນບ້ານກໍຄື

,,

ທ່ານ ກິດສະກອນ ແຊ່ເຫລົ້າ ຫລື ເບີ້ມໝາກປູມເປົ້າ ນັກມາຍາກົນທີ່ມີຊື່ສຽງ, ມີຄົນຕິດຕາມ ຢູ່ໃນສື່ສັງຄົມອອນລາຍ (ເຟສບຸກ, ຕິກຕອກ) ປັດຈຸບັນດຳລົງຕຳແໜ່ງເປັນທີ່ປຶກສາອົງກອນແຫ່ງໜຶ່ງໃນປະເທດໄທ, ມາໂຊຄວາມສາມາດ, ໂຊມາຍາກົນ ໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາເລາະຊື້, ເລາະຊົມຢູ່ຖະໜົນວັດທະນະທຳແຫ່ງບຸນ ດັ່ງກ່າວ ດ້ເບິ່ງໄດ້ຊົມ ຢ່າງມ່ວນຊື່ນ.

ໂອກາດດັ່ງກ່າວ, ທ່ານ ກິດສະກອນ ແຊ່ເຫລົ້າ ໄດ້ສະແດງຄວາມ ຮູ້ສຶກປະທັບໃຈ ທີ່ເຫັນວ່າປະເທດລາວ ແລະ ປະເທດໄທ ແມ່ນມີວັດທະນະທຳທີ່ໃກ້ຄຽງກັນ, ມີພາສາປາກເວົ້າທີ່ຄ້າຍຄືກັນ,ສາມາດຕິດຕໍ່ສື່ສານກັນເຂົ້າໃຈ ໂດຍບໍ່ຕ້ອງມີຜູ້ແປພາສາ ແລະ ມີຮີດຄອງປະເພນີທີ່ຄ້າຍຄືກັນໃນຫລາຍດ້ານ.

ທີ່ມາ: KPL

ຂ່າວ-ພາບ: ທະນູທອງ

Leave a Reply

Your email address will not be published. Required fields are marked *

Back to top button