ວອນຊ່ວຍ ກັ້ນນຳ້ຕາແທບບໍ່ໄຫວ ຍອມໃຈໃນຮັກແທ້ຮັກກັນຈົນ 30 ກ່ວາປີຈົນຕາຍຈາກກັນ ບໍ່ມີຮອດເງີນຈະຊື້ໂລງສົບໃສ່

ວອນຊ່ວຍແດ່ທ້ອນ ກັ້ນນຳ້ຕາແທບບໍ່ໄຫວ…..ຍອມໃຈໃນຮັກແທ້ມີຈີງຖືງສີເປັນຮັກທີ່ແສນທຸກແຕ່ກະຮັກກັນຈົນສາມສີບກ່ວາປີຈົນຕາຍຈາກກັນຜູ້ຊາຍຄົນນີ້ເມື່ອກ່ອນເປັນຊາຍໜຸ່ມໄວອາຍຸ26ປີແຕ່ງງານກັບຍີງແມ່ຮ້າງອາຍຸຫ່າງກັນ35ປີ

ກໍ່ສະເເດງວ່າ ເອົາເມຍສາວເຖົ້າ ແຖມລ້ຽງລູກຕິດຂອງເມຍຕັ້ງ9ຄົນຊ່ວຍເມຍ ແຕ່ຄາວລູກຍັງນ້ອຍ ຈົນ

ພາກັນໃຫຍ່ໝົດແລະເຕີບໂຕໄປໃຊ້ຊີວີດໃຜມັນ ຕອນນີ້ພໍ່ເຕ້ຍອາຍຸ59ປີ ສ່ວນເມຍຂອງເພີ່ນຊື່ແມ່ຕູ້ຜົງ ອາຍຸ94ປີ ປະຈຸບັນບໍ່ມີເຮືອນຢູ່ ເຝົ້າສວນໃຫ້ເຂົາເຈົ້າ (ຮັບຈ້າງ)

ພໍແຕ່ລູກໃຫຍ່ໃຜກໍ່ໄປໃຜໄປລາວຮັບຈ້າງໄປໃຊ້ຊີວີດຂອງໃຜລາວບຸກບືນດີ້ນລົນສູ້ຊົນ ເພາະແຕ່ລະຄົນພື້ນຖານຊີວີດຄອບເກີດຈາກຄອບຄົວບໍ່ມີຫຍັງເລີຍ ຕ່າງຄົນຕ່າງທຳມາຫາ

ກີນ ສ່ວນສອງເຖົ້ານີ້ແມ່ນໄປໃຊ້ຊີວິດຮອບຈ້າງເຝົ້າສວນພໍໄດ້ກີນແຕ່ລະວັນແລະລ້ຽງຕົນເອງ ໃຫ້ພໍກຸ້ມປາກທ້ອງ ລູກເຕົ້າກໍ່ລ້ວນແຕ່ແມ່ນຜູ້ຊາຍທັ້ງຫມົດລຳພັງເຂົາເອງກໍ່ຫາເງີນລ້ຽງຄອບຄົວເຂົາບໍ່ກຸ້ມ ດ້ວຍຄ່າຄອງຊີບທີ່ແພງຂື້ນສ່ວນເງີນກຳມະກອນ

ແຕ່ລະມື້ແສນຕຳ່ແຖມມື້ມີວຽກແລະບໍ່ມີວຽກພວກເຂົາເອງກໍ່ບໍ່ຮູ້ສີຊ່ວຍຜູ້ເປັນພໍ່ແລະແມ່ຈັງໃດເພາະທຸກມື້ນີ້ຍັງຊື້ເຂົ້າກິໂລກີນ ບາງມືກໍ່ໄດ້ຕິດຫນີ້ກີນພໍປະທັງຊີວີດໄປໃນແຕ່ລະວັນ

ສອງຕູ້ເຖົ້ານີ້ບໍ່ໄດ້ມີເຮືອນມີຊານຂອງຕົນເອງ ຕອນຕາຍກະຍັງບໍ່ມີຮອດບ່ອນຕາຍ ດ້ວຍຄວາມຮັກຈື່ງປະຄັບປະຄອງເອົາກັນຈົນຕາຍຈາກກັນຖືງບໍ່ມີຫຍັງກໍ່ມີຮັກແທ້ໄວ້ໃຫ້ກັນເພື່ອເປັນກຳລັງໃຈຂອງກັນແຕ່ລະວັນ…

.ມື້ທີ່ຕາຍກໍ່ໄດ້ມາຕາຍຢູ່ເຮືອນລູກໄພ້ຮ້າງດ້ວຍຊ້ຳ ເພາະຕົນແລະລູກໆກໍ່ບໍ່ໄດ້ມີບ່ອນຢູ່ເປັນຫລັກແຫຼ່ງພໍສີມ້ຽນສົບຜູ້ເປັນແມ່ແລະເມຍ

ໄວ້ຈື່ງມາຂໍຕາຍໃສ່ເຮືອນລູກໄພ້ຮ້າງ (ເວດທະນາແຮງ)ລູກໄພ້ເກົ່າກໍ່ແສນດີ ຖືງເເຕ່ງງານໄຫມ່ໄປລະກໍ່ຍັງອີ່ດູແມ່ຍ່າເກົ່າເອົາເຮືອນຂອງຕົນ ໃຫ້ແມ່ຜົວເກົ່າມາຕາຍໃສ່ ໄຫ້ມີບ່ອນຕາຍໃສ່ເພາະວ່າ ບ່ອນທີ່ເພີ່ນເຝົ້າສວນກະເຈົ້າໃຫ້ໄປຕາຍຢູ່ບ່ອນອື່ນ ເກືອບບໍ່ມີຮອດບ່ອນຕາຍ

ຕອນນີ້ຕາຍແຕ່3ໂມງຕອນສວຍ ຕອນນີ້6-7ໂມງລະ ສົບກໍ່ຫຍັງປະໄວ້ຍ້ອນໃຜກໍ່ບໍ່ມີເງີນມາຊື້ໂລງໃຫ້ຕູ້ຜົງ ສີຢືມໃຜກະບໍ່ມີໃຜກ້າໃຫ້ຢືມຍ້ານບໍ່ມີອັນໃຊ້ເພີ່ນ ສະນັ້ນນາຍບ້ານນາໄຫ ເມືອງຫາດຊາຍຟອງ

ເຫັນແລ້ວວ່າຄອບຄົວເພີ່ນທຸກບໍ່ມີອີ່ຫລີຈື່ງປະສານໜ່ວຍງານເຮົາເຂົ້າຊ່ວຍຄອບຄົວດັ່ງກ່າວ ເມື່ອໄປເຫັນແລະຮັບຮູ້ຖືງຮັກແທ້ຂອງຕູ້ເຕ້ຍມີໃຫ້ຕູ້ຜົງແລະຄວາມທຸກຫລັງຄວາມຕາຍມັນແສນຫນ້າເວດທະນາອີ່ດູຕົນສົງສານຕາຍບໍ່ມີໂລງໃສ່

ດັ່ງນັ້ນ ພວກເຮົາ ສະມາຄົມຊ່ວຍເຫຼືອແລະບັນເທົາທຸກ ເຫັນລະເວດທະນາແຮງ ຈື່ງຮັບຈັດງານສົບໃຫ້ເພື່ອເປັນບຸນ ບາລະມີເພື່ອໃຫ້ດວງວີນຍານຕູ້ຜົງຈົ່ງໄປດີ

ສະນັ້ນຈື່ງມາວອນສັງຄົມ ຜູ້ໃຈບຸນຊ່ວຍເມດຕາບໍລິຈາກຊ່ວຍຊື້ຫີບ .ໂລງສົບ .ແບ່ງປັດໃຈເລັກໆນ້ອຍໆຂອງທ່ານກີນທານນຳເພີ່ນດ້ວຍເທີດເພື່ອ ເປັນມະຫາບຸນເສີມດວງ ຕໍ່ໂຊກ ຕໍ່ສະຕາ ຕໍ່ອາຍຸ ແກ້ປີຊົງ ຂອງທ່ານດ້ວຍເຖີດ ສາທຸສາທຸສາທຸຝາກແຊຣເປັນບຸນແນ່ເດີ້

ທ່ານສາມາດຊ່ວຍສົມທົບຊື້ໂລງບໍລິຈາກໄດ້ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL 010120001940404001 ກີບ ສອບຖາມຂໍ້ມູນເພີ່ມເຕີມ54000089 ສົບແມ່ນເຮັດພີທີ່ເຮືອນລູກໄພ້ຮ້າງບ້ານນາໃຫ ເມືອງຫາດຊາຍຟອງ

ທີ່ມາ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *

Back to top button