ບໍລິການຄ່າຝາກລົດ ເປັນບັນຫາຟົດເດືອດ ທີ່ລູກຄ້າ ຫຼື​ ຜູ້ໃຊ້ບໍລິການເສຍປຽບທັງຂຶ້ນທັງລ່ອງ ແບບນີ້ລັດຕ້ອງແກ້ໄຂ

ບັນຫາການເກັບຄ່າຝາກລົດທີ່ເກີນຄວາມພໍດີ ຫຼື ບໍ່ສົມທີ່ເກັບໃນສະຖານທີ່ໃດໜຶ່ງນັ້ນກາຍເປັນເລື່ອງ ໃຫ້ຄວາມສົນໃຈຂອງປະຊາຊົນມາດົນ ແຕ່ການແກ້ໄຂນັ້ນຍັງບໍ່ເຫັນທ່າທີ່ຈະແຈ້ງ.

ການເກັບຄ່າຝາກລົດ ເບິ່ງຄືວ່າເປັນບັນຫານ້ອຍ ແຕ່ແມ່ນບັນຫາໜຶ່ງທີ່ປະຊາຊົນຂັດໃຈພໍສົມຄວນ ເນື່ອງຈາກວ່າເປັນຊ່ອງທາງ ທີ່ເອົາປຽບປະຊາຊົນເກີນໄປ. ໃນໄລຍະຜ່ານມາໂດຍສະເພາະ ກໍແມ່ນ ໃນເຫດງານບຸນປະເພນີຕ່າງໆ ທີ່ການເກັບຄ່າຝາກລົດສູງກວ່າຄວາມເປັນຈິງ ແຕ່ກໍເກີດຂຶ້ນຊໍ້າຊາກທຸກປີ.

ນອກນັ້ນ, ການເກັບຄ່າຟາກລົດໃນສະຖານທີ່ການບໍລິການ ເຊັ່ນ ຮ້ານອາຫານ,​ ຮ້ານຄ້າທີ່ເປັນສ່ວນບຸກຄົນ,​ ສຳນັກງານຂອງລັດທີ່ໃຫ້ ການບໍລິການປະຊາຊົນບາງແຫ່ງ ດັ່ງນີ້ ເປັນຕົ້ນ ກໍເຫັນວ່າບໍ່ສົມຄວນ ເນື່ອງຈາກວ່າບັນດາສະຖານທີ່ດັ່ງກ່າວແມ່ນໃຫ້ ການບໍລິການແກ່ລູກຄ້າ,​ ແກ່ປະຊາຊົນຢູ່ແລ້ວ ປະຊາຊົນຜູ້ໃຊ້ບໍລິການເປັນຜູ້ຈ່າຍຄ່າລາຍການບໍລິການ ຫຼື​ ສິນຄ້າ​ຢູ່ແລ້ວ​ ແຕ່ຍັງເກັບຄ່າບໍລິການຟາກລົດຕື່ມອີກ ເຊິ່ງປະຊາຊົນສ່ວນໃຫຍ່ບໍ່ເຫັນດີນຳ.

.

ພ້ອມນັ້ນ, ສິ່ງກຳລັງພົ້ນເດັ່ນ ແລະປະຊາຊົນຈົ່ມວ່າຫຼາຍກໍແມ່ນການເກັບຄ່າບໍລິການ ຝາກລົດຂອງສະຖານີລົດໄຟລາວ-ຈີນຢູ່ນະຄອນຫຼວງວຽງຈັນ ທີ່ຫາກໍເລີ່ມການຈັດຕັ້ງປະຕິບັດ ໂດຍສະເພາະ ການເຂົ້າໄປຮັບ ຫຼື ສົ່ງຜູ້ໂດຍສານແຕ່ໄດ້ເສຍຄ່າຜ່ານປະຕູ ຮອດ 10 ພັນກີບ. ປະຊາຊົນຫຼາຍຄົນເຫັນວ່າ ບໍ່ເໝາະສົມທີ່ຈະເກັບເລີຍ ໃນກໍລະນີຝາກລົດໄວ້ໃນສະຖານີເປັນເວລາດົນ ຫຼືຄ້າງຄືນດ້ວຍລາຄາທີ່ເໝາະສົມນັ້ນ ກໍຄິດວ່າສົມຄວນ.

.

ແນ່ນອນ ແມ່ນແຕ່ສະໜາມບິນວັດໄຕ ກໍບໍ່ໄດ້ເກັບຄ່າບໍລິການຄືດັ່ງກ່າວ ແຕ່ຜູ້ຂຽນຍັງເຫັນ ສະໜາມບິນຢູ່ ປາກເຊ ຢູ່ແຂວງຈຳປາສັກ ກໍເກັບຄືກັນ. ແຕ່ຖ້າເວົ້າເລື່ອງການບໍລິການ ຄືດັ່ງກ່າວ ເຊັ່ນສະໜາມບິນ, ຫຼື ສະຖານີລົດໄຟ ຢູ່ຕ່າງປະເທດ ຫຼາຍປະເທດເພິ່ນກໍບໍ່ໄດ້ເກັບ.

ໃນຫຼາຍກໍລະນີແມ່ນເຈົ້າໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງກັບມອບໃຫ້ ເອກະຊົນສຳປະທານໃນການເກັບຄ່າຝາກລົດ ແມ່ນແຕ່ບາງສຳນັກງານລັດບາງບ່ອນ ແລະ ພ້ອມນັ້ນ ຜູ້ຮັບຝາກລົດເກືອບທັງໝົດຕ່າງກໍມີກົດຢູ່ບ່ອນວ່າ “ຖ້າຫາກລົດຂອງລູກຄ້າເສຍ ຫຼື ໄດ້ຮັບຜົນເສຍຫາຍອັນໃດໜຶ່ງ ແມ່ນຈະບໍ່ມີຄວາມຮັບຜິດຊອບຫຍັງ” ນັ້ນກໍໝາຍວ່າ ປະຊາຊົນເສຍເງິນທັງຝາກລົດ ເປັນການເສຍປຽບໂດຍທາງກົງ ແລະທາງອ້ອມ ແບບບໍ່ໄດ້ຮັບການຄໍ້າປະກັນຄວາມປອດໄພ.

.

ພວກເຮົາຄວນມີນິຕິກຳອັນໃດໜຶ່ງສະເພາະ ແລະຈັດການ ການເກັບຄ່າຝາກລົດໃຫ້ຢູ່ໃນຄວາມສະເໝາະສົມກວ່ານີ້ ວ່າສະຖານທີ່ໃດ ຄວນເກັບ ແລະ ສະຖານທີ່ໃດບໍ່ຄວນເກັບ ແລະ ກຳນົດລາຄາເໝາະສົມຄັກແນ່ ແລະ ເປັນເອກະພາບໃນທົ່ວສັງຄົມ ເພາະຜ່ານມາສ່ວນຫຼາຍຍັງເຮັດແບບຕາມໃຈຜູ້ສຳປະທານ.

ການບໍລິການສາທາລະນະ ເລັກນ້ອຍໆແບບນີ້ ທີ່ຄວນເປັນໜ້າທີ່ຂອງລັດເຂົ້າມາຈັດສັນລະບຽບຄືນຕື່ມ. ຜູ້ຂຽນເຫັນບົດຮຽນທີ່ດີຂອງບາງປະເທດ​ ບໍ່ຕ້ອງເວົ້າໄກ ຂ້າມໄປໜອງຄາຍນີ້ ເຮົາຈະເຫັນຄວາມແຕກຕ່າງເລີຍວ່າ ຫ້າງຮ້ານ,​ ທຸກໆຮ້ານອາຫານ, ສຳນັກງານ​ ຂອງເພິ່ນມີຜູ້ເຝົ້າລົດໃຫ້​ ເປັນສະຖານທີ່ຂອງຮ້ານ,​ ຜູ້ເຝົ້າລົດເປັນພະນັກງານທີ່ຈ້າງຂາດໂຕຈາກບໍລິສັດ,​ ສັກນັກງານ ເງິນທີ່ເອົາມາຈ້າງພະນັກງານ ກໍຄືເງິນທີ່ໄດ້ຈາກການຂາຍສິນຄ້າ ແລະ​ ບໍລິການ​ ບໍ່ແມ່ນເງິນທີ່ໄດ້ຈາກການເກັບຄ່າຝາກລົດ.

.

ບໍ່ເວົ້າເຖິງປະເທດເພື່ອນບ້ານ ຫຼື​ ປະເທດທີ່ຈະເລີນກໍໄດ້​ ມາເບິ່ງສູນການຄ້າ ລາວ-ໄອເຕັກ​,​ ວຽງຈັນ​ເຊັນ​ເຕີ​ ຈອດລົດໃຫຍ່ຟຣີ (ແຕ່ລົດຈັກໄດ້ຈ່າຍ),​ ສະໜາມບິນ​ວັດໄຕ ມີຕົວເລືອກໃຫ້ສຳລັບຈອດ ແລະ​ ສຳລັບແລ່ນຜ່ານ​ ດັ່ງນີ້ເປັນຕົ້ນ ເຊິ່ງເຮົາເຫັນວ່າການເກັບເງິນຄ່າຝາກລົດຈາກລູກຄ້າທີ່ໃຊ້ບໍລິການຕາມລຳໃຈ ບໍ່ເປັນເອກະພາບ ນັ້ນກໍຄວນໄດ້ເອົາໃຈໃສ່ແກ້ໄຂຮີບດ່ວນ.

ວ່າແນວນີ້ແລ້ວ ບາງຄົນອາດຈະໂຕ້ແຍ້ງວ່າ ເງິນເລັກໆນ້ອຍໆເສຍໄປເທາະ ມັນບໍ່ໝົດຫຼາຍດອກ,​ ການທີ່ເສຍໄປກໍໄດ້ຄວາມລະບຽບກັບມາ ແຕ່ທ່ານລອງຄິດເບິ່ງ ສົມມຸດມື້ໜຶ່ງ ອອກຈາກເຮືອນໄປພົວພັນວຽກຂອງລັດ ເສຍເງິນ​ຝາກ​ລົດ​ 5 ພັນ-10ພັນ, ຢາກກິນ​ເຂົ້າ​ ເສຍຄ່າຝາກລົດອີກ 5 ພັນ, ໄປຊື້ເຄື່ອງ​ເສຍຄ່າຝາກລົດອີກ 5 ພັນ​ ມື້ໜຶ່ງເຮົາຕ້ອງເສຍເງິນແບບເຮົາບໍ່ໄດ້ຫຍັງ ທ່ານຄິດວ່າມັນສົມຄວນບໍ່?,​ ເບິ່ງຄືໜ້ອຍແຕ່ຖ້າເອົາລວມກັນ ມື້ໜຶ່ງກໍຫຼາຍເຕີບຢູ່.​

.

ດັ່ງນັ້ນ,​ ການຈັດສັນລະບຽບຂອງສັງຄົມແມ່ນພື້ນຖານສຳຄັນຂອງປະເທດທີ່ຈະ ຈະເລີນ ເພື່ອສ້າງຄວາມທ່ຽງທຳ, ປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອປິດຊ່ອງວ່າງ ພວກທີ່ພະຍາຍາມເອົາລັດເອົາປຽບປະຊາຊົນ ຖ້າຫາກຟ່າຝືນ ກໍຕ້ອງໄດ້ຖືກໃສ່ລະບຽບຢ່າງເຄັ່ງຄັດ.

.

.

ຂອບໃຈທີ່ມາ: ລາວພັດທະນາ

Leave a Reply

Your email address will not be published. Required fields are marked *

Back to top button