ຊີ້ແຈງກ່ຽວກັບການເກັບຄ່າຈອດລົດທີ່ເດີ່ນຫນ້າສະຖານນີລົດໄຟນະຄອນຫຼວງວຽງຈັນ

ບໍລິສັດ Boten Frontier Services Limited ຊີ້ແຈງກ່ຽວກັບການເກັບຄ່າຈອດລົດທີ່ເດີ່ນຫນ້າສະຖານນີລົດໄຟນະຄອນຫຼວງວຽງຈັນ

ເຖິງບັນດາຜູ້ໂດຍສານ,ປະຊາຊົນຫມູ່ເພື່ອນມິດທີ່ຮັກແພງ; ກ່ອນອື່ນຫມົດ,ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ໃຫ້ຄວາມສົນໃຈຕໍ່ການບໍລິຫານງານຂອງເດີ່ນ ຫນ້າສະຖານນີນະຄອນຫຼວງວຽງຈັນ.

ຂ້າພະເຈົ້າບໍລິສັດ ສ່ຽນຝັງ ການບໍລິການ ບໍ່ເຕ່ນ ຈໍາກັດ ເປັນຜູ້ຮັບຜິດຊອບການບໍລິຫານ ຄຸ້ມຄອງການຈອດລົດຢູ່ຫນ້າສະຖານີນະຄອນຫຼວງວຽງຈັນ ນັບແຕ່ວັນທີ 12 ກັນຍາ 2022 ເຊິ່ງເປັນມື້ເລີ່ມທົດລອງການ ບໍລິການຄຸ້ມຄອງການຈອດລົດຫນ້າສະຖານນິເປັນຕົ້ນມາ.

I.ສໍາລັບມາດຕະຖານການເກັບຄ່າຈອດລົດ

ມາດຕະຖານການເກັບຄ່າຈອດລົດຕາມເດີນຫນ້າສະຖານຖິ່ນະຄອນຫຼວງ ແມ່ນໄດ້ຜ່ານການປຶກສາຫາລື ແລະ ຕົກລົງ ເປັນເອກະພາບກັນຈາກພາກລັດຄຸ້ມຄອງທີ່ກ່ຽວຂ້ອງ,

ໂດຍປະຕິບັດຕາມມາດຕະຖານການເກັບຄ່າຈອດລົດ ທຽບເທົ່າກັບ ມາດຕະຖານຈອດລົດທົ່ວໄປທີ່ປະຕິບັດນໍາໃຊ້ໃນນະຄອນຫຼວງວຽງຈັນ, ທາງບໍລິສັດຂ້າພະເຈົ້າໄດ້ອອກແຈ້ງການໃນວັນທີ 9 ກັນຍາ 2022 ແລະ ເລີ້ມທົດລອງບໍລິຫານໃນວັນທີ 12 ກັນຍາ 2022.

II.ສໍາລັບມາດຕະການແກ້ໄຂບັນຫາການບໍລິການທີ່ພົບເຫັນໃນປະຈຸບັນ

ບັນດາທ່ານຜູ້ໂດຍສານເພື່ອນມິດໄດ້ໃຫ້ກຽດປະກອບຄໍາຄິດເຫັນຢ່າງເປີດໃຈກ່ຽວກັບມາດຕະຖານການເກັບຄ່າຈອດ ລົດພາຫະນະທຸກຊະນິດ ແລະ ການບໍລິການຂອງພວກເຮົາ, ຂ້າພະເຈົ້າໃນນາມຝ່າຍບໍລິຫານງານໄດ້ຮັບຟັງ ແລະ

ກໍ່ໄດ້ສຶກສາ ຄົ້ນຄວ້າບັນດາຄໍາຄິດຄໍາເຫັນຈາກສັງຄົມ ເພື່ອປັບປຸງມາດຕະຖານການເກັບຄ່າຈອດລົດ ແລະ ການບໍລິການໃຫ້ຖືກຕ້ອງຕາມ ຄວາມເຫມາະສົມ, ລາຍລະອຽດຄືດັ່ງຕໍ່ໄປນີ້:

1. ຈັດສັນເລນຈອດລົດຊົ່ວຄາວ ສະເພາະລົດທີ່ມາຈອດຮັບ-ສົ່ງຄົນແລ້ວອອກໄປ ປະຈຸບັນຈະບໍ່ທັນເກັບເງິນເທື່ອ;

2. ສຶກສາຄົ້ນຄວ້າຄືນມາດຕະຖານເກັບຄ່າຈອດລົດແບບຄ້າງຄືນ ແລະ ຈະອອກແຈ້ງການຕ່າງຫາກ;

3. ຈັດສັນປອນຈອດລົດຈັກໂດຍສະເພາະ ແລະ ຄຸ້ມຄອງຮັກສາແບບແຍກກັນ;

4,ຈະຕິດຕັ້ງລະບົບອຸປະກອນຄິດໄລ່ຄ່າຈອດລົດແບບອັດຕະໂນມັດເພື່ອຍົກສູງປະສິດທິພາບການສັນຈອນຂອງພາຫະນະ;

5. ເພີ່ມພະນັກງານຮັກສາຄວາມສະອາດ, ພະນັກງານເກັບເງິນ ແລະ ພະນັກງານຄຸ້ມຄອງຮັກສາ ເພື່ອຍົກສູງຄຸນນະພາບການບໍລິການ,

ທ້າຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງເພື່ອນມິດ ແລະ ສື່ສັງຄົມຕ່າງໆທີ່ໄດ້ໃຫ້ການສະຫນັບສະຫນູນ ຕໍ່ບໍລິສັດຂ້າພະເຈົ້າ ກໍ່ຄືການບໍລິຫານເດີນຫນ້າສະຖານນີນະຄອນຫຼວງວຽງຈັນ,

ພວກຂ້າພະເຈົ້າຈະສືບຕໍ່ຍົກສູງຄຸນນະພາບການ ບໍລິການ ແລະ ປະສິດທິພາບການບໍລິຫານງານເດີນຫນ້າສະຖານນີນະຄອນຫຼວງໃຫ້ດີຂຶ້ນ, ຮັບປະກັນຂໍ້ມູນຂ່າວສານທີ່ໂປ່ງໃສ ເພື່ອສະຫນອງການບໍລິການທີ່ມີມາດຕະຖານສູງ ແລະ ຍິນດີຮັບຟັງຄວາມຄິດເຫັນຈາກບັນດາທ່ານດ້ວຍຄວາມຈິງໃຈ,

ກໍລະນີທ່ານໃດພົບພໍ້ບັນຫາ ຫຼື ສົນໃຈປະກອບຄໍາຄິດເຫັນກ່ຽວກັບວຽກບໍລິຫານງານເດີ່ນຫນ້າສະຖານນີນະຄອນຫຼວງ.

ສາມາດຕິດຕໍ່ນໍາເປື: 020-5787 0236 020-5567 0559

Leave a Reply

Your email address will not be published. Required fields are marked *

Back to top button