ກອງທັບລາວ-ຫວຽດນາມ-ກໍາປູເຈຍ ປະຕິບັດການຝຶກຊ້ອມ ກອບກູ້ໄພພິບັດ

ສຶກສາຂໍ້ມູນ “ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ສໍາເລັດການຝຶກຊ້ອມກອບກູ້ໄພພິບັດ 2022 ແລະ ໄດ້ມີພິທີປິດໃນວັນທີ 15 ກັນຍາ 2022, ພາຍຫລັງໄດ້ດໍາເນີນມາເປັນເວລາ 05 ວັນ (10-15 ກັນຍາ 2022) ທີ່ນະຄອນຫລວງວຽງຈັນ”.

(1). ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ,

ທ່ານ ສົມເດັດ ປີເຈຍ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ,

ທ່ານພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປລາວ,

ທ່ານພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະ ມີບັນດາການນໍາພັກ-ລັດ, ທູຕາ ນຸທູດບັນດາປະເທດ ເພື່ອນມິດ ແລະ ນັກຝຶກຊ້ອມຈາກ 03 ກອງທັບເຂົ້າຮ່ວມ;

(2). ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມພາລະກິດການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດທາງນໍ້າ, ທາງບົກ ແລະ ຢ້ຽມຊົມໂຮງຫມໍພາກສະຫນາມຈໍາລອງ;

(3). ທ່ານພົນຈັດ ຕະວາ ພູມີ ດາລາເພັດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາລວມການຝຶກຊ້ອມຮ່ວມ 03 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫລຽນກາມິດ ຕະພາບ ຂອງກອງທັບ ປະຊາຊົນລາວ ໃຫ້ຄະນະນັກຝຶກຊ້ອມຮ່ວມຂອງກອງທັບ ຣາຊະອານາຈັກກໍາປູເຈຍ ແລະ ກອງທັບປະຊາຊົນ ຫວຽດນາມ;

(4). ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຫົວຫນ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດ 03 ກອງທັບ ໄດ້ຍົກໃຫ້ເຫັນວ່າ:

1. ການຝຶກຊ້ອມຮ່ວມຄັ້ງນີ້ ແມ່ນສໍາເລັດຕາມຈຸດປະສົງຄາດຫມາຍ ແລະ ແຜນການວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%;

2. ນັກຝຶກຊ້ອມໄດ້ແລກປ່ຽນບົດຮຽນ, ປະສົບການ, ຄວາມຊໍານານດ້ານວິຊາສະເພາະ, ແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ;

3. ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ (ຂໍ້ມູນ ສຳນັກຂ່າວສານແຫ່ງ ປະເທດລາວ).

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button