ບໍ່ຊ່ວຍຫຍັງກໍ່ຊ່ວຍແຊ!.. ຂໍມອບສົບລູກໃຫ້ທາງສະມາຄົມຊ່ວຍຈັດງານສົບໃຫ້ດ້ວຍເທີດ
ເໝືອນຟ້າຜ່າມາກາງໃຈຜູ້ເປັນພໍ່ແມ່ຕ້ອງສູນເສຍລູກຊາຍຫຼາລູກຄົນດຽວໄປກະທັນຫັນໃນຄັ້ງນີ້ຄົງເປັນບົດຮຽນສອນພໍ່ແມ່ອີກຫຼາຍຄົນໄປນຳ
-ທ້າວນ້ອຍອາຍຸ38ປີເມຍຊື່ນາງບີ້ອາຍຸ34ປີ ທັງສອງເປັນຄອບຄົວຖານະກະຂ້ອນຂ້າງບໍ່ມີ ຜົວເປັນກຳມະກອນ ເມຍຫາກໍ່ລົງທືນເປີດຮ້ານຂາຍຂະຫນົມຂາຍເຄື່ອງຢູ່ຫຼັກ16ຜູ້ກ່ຽວຢູ່ບ້ານໃໝ່ໃຊສົມບູນຫຼັກ21
ຜູ້ກ່ຽວຫາກະລົງທືນຂາຍເຄື່ອງເປິດຮ້ານບໍ່ຮອດສາມເດືອນ ປົກກະຕິກະເບີ່ງລູກຢ່າງດີເພາະຫາກະມີລູກຄົນດຽວ ເລຍບໍ່ຢາກປະໄວ້ບ້ານນຳແມ່ເລີຍເອົາລູກມາຂາຍເຄື່ອງນຳຢູ່ຮ້ານທີ່ຫາກະລົງທືນເປີດ
ຜົວກໍ່ຮັບຈ້າງເປັນກຳມະກອນ ນາງບີ້ເລີຍຢູ່ກັບລູກສອງຄົນໃນຂະນະທີ່ນາງບີ້ກຳລັງສີດັງໄຟພວມເຮັດຂະຫນົມຂາຍລູກຊື່ວ່ານ້ອງສອງໄດ້ຍ່າງຫຼີ້ນແຖວຮ້ານຫຼັງຮ້ານແມ່ກະເຄີຍປ່ອຍລາວຫຼີ້ນປົກກະຕິ ພໍດັງໄຟແລ້ວສີມາຊອກລູກກໍ່ບໍ່ເຫັນລູກຊາຍແນມໄປເຫັນຮ່ອງນ້ຳຫລັງຮ້ານແມ່ນລູກຊາຍໄດ້ນອນນີງເສຍຊີວີດໃນນຳ້ແລ້ວ
ຕອນນີ້ຜູ້ເປັນພໍ່ມາຮູ້ຂ່າວໄດ້ຂາດສະຕິໄປແລ້ວແລະແມ່ກໍ່ບໍ່ມີເງີນຊື້ໂລງເຮັດພິທິງານສົບລູກເພາະຕົນກໍ່ຫາກະລົງທືນເປີດຮ້ານ ແລະ
ຢູ່ໃນພາວະໂສກເສົ້າຈະຫາໃຜຊ່ວຍກໍ່ບໍ່ຮູ້ທາງເລີຍຂໍມອບສົບລູກໃຫ້ທາງສະມາຄົມເຮົາຊ່ວຍຈັດງານສົບໃຫ້ດ້ວຍເທີດເພາະຕົນກັບຜົວຕອນນີ້ຄືຊີວີດມືດ8ດ້ານທັງເສຍໃຈທັງບໍ່ຮູ້ແນວເຮັດຈື່ງໄດ້ໃຫ້ທາງເຮົາເປັນເຈົ້າພາບໃນງານນີ້
ສະຖານທີ່ຈັດງານສົບ ແມ່ນວັດໄຊສົມບູນ ຫຼັກ21 ສູດສົມແລະເຮັດພິທີຈູດເລຍດັ່ງນັ້ນຈື່ງຂໍວານຜູ້ມີຈິດໃຈດີເມດຕາຮ່ວມກີນທານບໍລິຈາກຄ່າໂລງຊ່ວຍນ້ອງສອນໃດ້
,,
ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001 ກີບ
ໂທລະສັບ 020 54000089 ບັນເທົາ
,,
,,
,,
,,