ສປປ ລາວ ແລະ ສປ ຈີນ ບັນລຸຂໍ້ຕົກລົງ ວ່າດ້ວຍ ການຊຳລະສະສາງເປັນເງິນຢວນເພື່ອ…
ສປປ ລາວ ແລະ ສປ ຈີນ ບັນລຸຂໍ້ຕົກລົງ ວ່າດ້ວຍ ການຊຳລະສະສາງເປັນເງິນຢວນ ເພື່ອເປັນການອຳນວຍຄວາມສະດວກໃນການຊຳລະເງິນລະຫວ່າງປະເທດ ແລະ ສົ່ງເສີມວຽກງານດ້ານການຄ້າ ການລົງທຶນຂອງທັງ ສປປ ລາວ ແລະ ສປ ຈີນ
ທັງສອງປະເທດຈຶ່ງໄດ້ຮ່ວມກັນ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເປັນເງິນຢວນ ຮ່ວມກັບ ທະນາຄານປະຊາຊົນຈີນ.
ເມື່ອບໍ່ດົນມານີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ອີ້ ກັງ, ຜູ້ວ່າການ ທະນາຄານປະຊາຊົນຈີນ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານ ຊໍາລະສະສາງເງິນຢວນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ.
ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈະເປັນຈຸດໝາຍສໍາຄັນໃຫ້ແກ່ການຮ່ວມມືໃນວຽກງານບໍລິການດ້ານການເງິນລະຫວ່າງ ສປປ ລາວ-ສປ ຈີນ ໂດຍສະເພາະແມ່ນການຄຸ້ມຄອງລະບົບການຊຳລະຂ້າມແດນ ສປປ ລາວ-ສປ ຈີນ ເຮັດໃຫ້ການຊຳລະຂ້າມແດນລະຫວ່າງສອງປະເທດ ໄດ້ຮັບການຕິດຕາມ,
ເກັບກຳ ແລະ ສັງລວມຂໍ້ມູນ ໄດ້ຢ່າງລວມສູນ ພ້ອມທັງເປັນການຊ່ວຍຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນຂອງທັງສອງປະເທດນໍາໃຊ້ສະກຸນເງິນຢວນ ເຂົ້າໃນການດໍາເນີນທຸລະກໍາຂ້າມແດນ ສປປ ລາວ-ສປ ຈີນ ແລະ ຊຸກຍູ້ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນຕໍ່ໜ້າ
ທີ່ມາ : ວຽງຈັນທາຍ