ຫົວໜ້າທາງດ້ານພະລັງງານຂອງຣັດເຊຍຕົກເຮືອເສຍຊີວິດຢ່າງບໍ່ຮູ້ສາເຫດ

ເກີດເຫດ ຜູ້ບໍລິຫານລະດັບສູງບໍລິສັດດ້ານພະລັງງານຂອງຣັດເຊຍ ໄດ້ເສຍຊີວິດ ເນື່ອງຈາກໄດ້ຕົກອອກຈາກເຮືອໃນອາທິດແລ້ວນີ້ ເຊິ່ງເປັນຄົນຫຼ້າສຸດຂອງທຸລະກິດພະລັງງານທີ່ເສຍຊີວິດແບບບໍ່ຮູ້ສາເຫດ.

ອ້າງອີງຈາກ ແຫຼ່ງຂ່າວທາງການຣັດເຊຍ ໄດ້ລາຍງານວ່າ: ຜູ້ບໍລິຫານຊື່ວ່າ ອີວານ ເປໂຊຣິນ ອາຍຸ 39 ປີ ດຳລົງຕຳແໜ່ງເປັນກຳມະການຜູ້ຈັດການ ບໍລິສັດ ຟາຣ ອີສ ແອນ ອາກຕິກ

ເດເວວລັອບເມັ້ນ ຄໍປໍເລຊັ່ນ  Far East and Arctic Development Corporation ( KRDV) ໄດ້ຕົກຈາກເຮືອ ຂະນະທີ່ອອກແລ່ນເຮືອ ທີ່ອອກຈາກແຄມຝັ່ງຂອງເກາະຣັສກີ້ ໃນທະເລຢີ່ປຸ່ນໃນວັນເສົາ ໂດຍໄດ້ພົບຮ່າງຂອງຜູ້ເສຍຊີວິດໃນວັນຈັນ ວັນທີ 12 ກັນຍາ ທີ່ຜ່ານມານີ້.

ບໍ່ເທົ່າໃດມື້ກ່ອນໜ້ານັ້ນ ເປໂຊຣິນ ຫາກໍເຂົ້າຮ່ວມປະຊຸມອິສເທິນ ອີໂຄໂນມິກ ຟໍລັ່ມ ໃນເມືອງວະລາດິວອສຕັອກ ຊອງຣັດເຊຍ ໂດຍບໍລິສັດ (ອີອາດີວີ) ໄດ້ຖະແຫຼງການທາງເວັບໄຊ້ວ່າ ການເສຍຊີວິດຂອງ ເປໂຊຣິນ ເປັນການສູນເສຍທີ່ບໍ່ສາມາດແກ້ໄຂໄດ້ ສຳລັບໝູ່ ແລະ ເພື່ອຮ່ວມງານ ຖືເປັນການສູນເສຍຄັ້ງໃຫຍ່ຂອງອົງກອນ.

ຍ້ອນຫຼັງໄປ ໃນວັນທີ 1 ກັນຍາ 2022 ທີ່ຜ່ານມາ ກໍເກີດເຫດ ຣາວິລ ມາການອຟ ອາຍຸ 67 ປີ ປະທານບໍລິສັດນ້ຳມັນລາຍໃຫຍ່ເປັນ ອັນດັບ 2 ຂອງຣັດເຊຍ ເສຍຊີວິດຫຼັງຈາກໄດ້ຕົກຈາກປ່ອງຢ້ຽມ ໃນກຸງມອສໂກ.

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button