ຄັກແທ້ແບບນີ້! ງານແຕ່ງຍຸກໃໝ່ ໃຫ້ຄ່າດອງເປັນເງິນຍັງບໍ່ພໍ ແຕ່ຕ້ອງໃຫ້ສິ່ງນີ້ນໍາ

ເອີ້ນໄດ້ວ່າເປັນງານແຕ່ງທີ່ສ້າງສຽງຮືຮາໃນໂລກອອນລາຍອີກຂ່າວເລີຍກໍ່ວ່າໄດ້ ສໍາລັບງານແຕ່ງຄູ່ບ່າວສາວຊາວໄທ ທີ່ໃຫ້ຄ່າດອງກັນເປັນຫົວໝູ ແທນທີ່ຊິແມ່ນເງິນຄໍາ.

ໂດຍໃນວັນທີ 15 ມັງກອນ ຜ່ານມາ ຜູ້ສື່ຂ່າວລາຍງານວ່າ ທີ່ຈັງຫວັດສິງບຸຣີ ມີການຈັດງານແຕ່ງຂອງຄູ່ຮັກຊາຍຮັກຊາຍຂຶ້ນ ໂດຍມີແຂກສະນິດເຂົ້າຮ່ວມເທົ່ານັ້ນ.

..

..

ແຕ່ສິ່ງທີ່ເປັນໄຮໄລ້ສ້າງຄວາມສົນໃຈໃຫ້ງານນີ້ຢູ່ທີ່ຂະບວນຂັນໝາກ ທີ່ເຈົ້າບ່າວນໍາຂະບວນຂັນໝາກສິນສອດທອງໝັ້ນ ນອກຈາກຊັບສິນເປັນເງິນສົດ 1ລ້ານບາດ ຄໍາ 15ບາດ ແຫວນເພັດ 2ກະລັດ ພ້ອມສິນສອດທີ່ເປັນຂອງສໍາຄັນລາຄາແພງຫຼາຍໃນໄທຕອນນີ້ເລີຍກໍ່ຄືຊີ້ນໝູ ເຊິ່ງຕອນນີ້ລາຄາຂຶ້ນສູງຫຼາຍ ໜັກກວ່າ 20ໂລ ນໍາມາເປັນສິນສອດສູ່ຂໍເຈົ້າສາວໃນຄັ້ງນີ້ນໍາ.

ຂະນະທີ່ຜູ້ສື່ຂ່າວສົງໃສວ່າດປັນຫຍັງຈຶ່ງນໍາໝູມາເປັນສິນສອດຄ່າດອງ ຈຶ່ງໄດ້ຮູ້ເລື່ອງວ່າ ທີ່ນໍາເອົາໝູມາເປັນສິນສອດນໍານັ້ນ ຍ້ອນຢາກໃຫ້ພໍ່ແມ່ເຈົ້າສາວໝັ້ນໃຈໃນຕົວຂອງເຈົ້າບ່າວເອງວ່າສາມາດດູແລເຈົ້າສາວໄດ້

ບໍ່ວ່າຈະເປັນເງິນທອງ ຫຼື ແມ້ກະທັ້ງຊີ້ນໝູທີ່ໃນຕອນນີ້ລາຄາແພງທີ່ສຸດ ຕົນເອງກໍ່ຍັງສາມາດຫາມາໃຫ້ເຂົາໄດ້.

Leave a Reply

Your email address will not be published. Required fields are marked *

Back to top button