ມາອ່ານວິທີອະທິຖານ!..ເພາະມື້ນີ້ ເປັນມື້ ຂໍພອນດວງຈັນ ຮັບໂຊກລາບເງີນກ້ອນໃຫຍ່

ມື້ນີ້ ຂໍພອນດວງຈັນ ເປີດຖົງເງິນຮັບໂຊກລາບຈາກດວງຈັນ

ມື້ນີ້ 25 ຕຸລາ ເປັນມື້ພິເສດ ເຊີ່ງຈະມີ 2 ປະກົດການໃນມື້ດຽວ. ວັນສຸລິຍະຄາດ (ກົບກິນເດືອນ) ແລະ ວັນອະມະວາສີ ເຊີ່ງເປັນມື້ທຳອິດຂອງການກຳເນີດດວງຈັນໃນເດືອນໃຫມ່ ເຫມາະສົມແກ່ການ ຂໍພອນ ດວງຈັນຫຼາຍທີ່ສຸດ ເຊີ່ງຈະຊ່ວຍດືງດູດຊັບ ໂຊກລາບ ການງານກ້າວຫນ້າ ແລະ ຄ້າຂາຍຮຸ່ງເຮືອງ

#ວິທີຂໍພອນດວງຈັນ

ເອົາເງິນໃສ່ກະເປົ໋າເງິນ ຈັດລະບຽບເງິນໃຫ້ເປັນລະບຽບ ຍືນກາງແຈ້ງ ເດີນບ້ານ ຫຼື ລະບຽງເຮືອນ ອະທິຖານຂໍພອນດວງຈັນ ໃຫ້ມີເງິນເຂົ້າມາຕາມຈຳນວນທີ່ຂໍ ດືງດູດໂຊກລາບ ດືງດູດຊັບເຂົ້າມາຫາຕົນເອງ

ຂໍພອນໄດ້ຕັ້ງແຕ່ເວລາ 17.40 ຂອງວັນທີ 25 ຕຸລາ 2022 ຈົນສິ້ນສຸດຄືນນັ້ນ ແລະ ທີ່ສຳຄັນບໍ່ຄວນໃຫ້ໃຜຍືມເງິນພາຍໃນ 24 ຊົ່ວໂມງ

#ຄາຖາຂໍພອນດວງຈັນ

ໂອມຈັນທຣາ ສາສີປະຖາ ນະມາຮາ ຂໍບາລະມີ ຈາກເທບຈັນທາເທວີ ຜູ້ໃຫ້ ແສງສະຫວ່າງໃນຍາມລາຕີ ໃຫ້ຄວາມສຸກສະຫງົບຮົ່ມເຢັນ ຜູ້ປະທານຄວາມໝັ່ນຄົງ ອຸດົມສົມບູນ ຄວາມສຸກສະຫງົບ ໃຫ້ກັບຂ້າພະເຈົ້າຕະຫຼອດເດືອນ ຈວບຈົນວັນພະຈັນໃຫມ່

ແລະ ນອກຈາກນີ້ ຍັງເປັນວັນ ວັນສຸລິຍະຄາດ ຫຼື ຄວາມເຊື້ອທາງໂຫລາສາດ ເອີ້ນວ່າ ຣາຫູອົມດວງຈັນ ຫຼື ກົບກິນເດືອນ ຈະເກີດຂຶ້ນຊ່ວງປະມານ 16.00 ຫາ 20.00 ເຊິ່ງຈະເກີດໃນຫຼາຍປະເທດ ໂດຍສະເພາະໃນເອີຣົບ ແລະ ຣັດເຊຍ (ຈະເກີດໃນເວລາ 15:58-20:02 ຕາມເວລາປະເທດລາວ ແຕ່ປະເທດລາວຈະບໍ່ສາມາດເຫັນໄດ້)

Cr: Mosu45 Tarot Laos

Leave a Reply

Your email address will not be published. Required fields are marked *

Back to top button