ອຸບັດຕິເຫດລົດບັນທຸກນ້ຳມັນ ຕຳຂົວຂ້າມທາງລົດໄຟ ເມັກຊິໂກ

ເກີດໄຟ​ໄໝ້​ຄັ້ງ​ໃຫຍ່​ໄດ້​ປົກຄຸມເມືອງ Aguascalientes. ພາກກາງຂອງເມັກຊິໂກ ພາຍຫຼັງລົດບັນທຸກນ້ຳມັນ ຕຳກັບຂົວຂ້າມທາງລົດໄຟຂົນສົ່ງສິນຄ້າ

ໃນຕອນບ່າຍຂອງວັນທີ 20.10.2022, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ 120 ກວ່າຫຼັງ, ລົດໃຫຍ່ 50 ຄັນ, ແລະ ປະຊາຊົນ 1500 ຄົນຖືກຍົກຍ້າຍ, ບາດເຈັບ 3 ຄົນ.

ທ່ານ Miguel Murillo ຫົວໜ້າ​ດັບ​ເພີງໃນ Aguascalientes ກ່າວ​ວ່າ: ປະມານ 800 ຫາ 1,000 ຄົນ​ຕ້ອງ​ໄດ້​ຮັບ​ການ​ອົບ​ພະຍົບ​ໃນ​ທັນທີ.

ຫຼັງ​ຈາກ​ໄຟ​ໄດ້​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ. ແລະເລີ່ມແຜ່ລາມໄປສູ່ເຮືອນປະຊາຊົນໃກ້ຄຽງ, ເຈົ້າ​ໜ້າ​ທີ່​ໄດ້​ຊ່ວຍ​ເຫຼືອ 12 ຄົນ​ຈາກ​ເຮືອນ​ທີ່​ຖືກ​ໄຟ​ໄໝ້ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ສາຫັດ, ສ່ວນຄົນຂັບລົດບັນທຸກນໍ້າມັນເຊື້ອໄຟໄດ້ຖືກຈັບແລະດໍາເນີນຄະດີ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button