ເຮືອບິນໃຫຍ່ຂອງຢູເຄຣນຖືກຍິງຖະຫຼົ່ມເສຍຫາຍ

ວັນ​ທີ 28 ກຸມພາ 2022 ເວັບໄຊ້ຂ່າວ CNA ໄດ້ລາຍງານວ່າ: ກຸ່ມ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູເຄຣນ ເປີດເຜີຍວ່າ

ເຮືອບິນຂົນ​ສົ່ງ​ Antonov-225 ຂອງຢູເຄຣນ ແມ່ນ​ເຮືອບິນ​ຂະໜາດ​ໃຫຍ່​ສຸດ​ຂອງ​ໂລກ, ໄດ້​ຖືກ​ຍິງ​ຕົກ​ຢູ່​ນອກ​ເມືອງຄຽບ ນັບ​ແຕ່​ວັນ​ທີ 4 ຂອງ​ການ​ໂຈມ​ຕີ​ຂອງຣັດ​ເຊຍ.

ເຮືອບິນລຳດັ່ງກ່າວມີຄວາມຍາວ 84 ແມັດ ແລະ ສາມາດບັນທຸກສິນຄ້າໄດ້ເຖິງ 250 ໂຕນ ດ້ວຍຄວາມໄວສູງສຸດ 850 ກິໂລແມັດຕໍ່ຊົ່ວໂມງ.

ມັນຖືກເອີ້ນວ່າ “ມຮິຍາ”, ເຊີ່ງຫມາຍຄວາມວ່າ “ຄວາມຝັນ” ໃນພາສາຢູເຄຣນ ໂດຍເຮືອບິນລຳນີ້ ໄດ້ຖືກສ້າງຂຶ້ນເທື່ອທຳອິດ ເປັນສ່ວນຫນຶ່ງຂອງໂຄງການການບິນຂອງໂຊວຽດ ຊຶ່ງ​ໄດ້​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 1988 ດໍາເນີນການໂດຍສາຍການບິນ Ukrainian Antonov.

ເພື່ອຂົນສົ່ງສິນຄ້າທີ່ມີຄວາມຕ້ອງການສູງໃນຕອນເລີ່ມຕົ້ນການລະບາດຂອງພະຍາດໂຄວິດ-19ໃນການວິເຄາະຄວາມເສຍຫາຍຂອງຜູ້ຜະລິດອາວຸດຈາກກຸ່ມອຸດສາຫະກໍາປ້ອງກັນປະເທດຄາດຄະເນວ່າ ການສ້ອມແປງເຮືອບິນ ມຮິຍາ ຈະມີມູນຄ່າຫຼາຍກວ່າ 3 ຕື້ໂດລາ ແລະ ອາດຈະໃຊ້ເວລາຫຼາຍກວ່າ 5 ປີໃນການສ້ອມແປງ.

ທ່ານ ດາມີໂທ ຄູເລເບົາ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນໄດ້ກ່າວວ່າ: ຣັດເຊຍອາດທຳລາຍມຮິຍາຂອງພວກເຮົາ

ແຕ່ພວກເຂົາບໍ່ສາມາດທຳລາຍຄວາມຝັນທີ່ເຂັ້ມແຂງຂອງພວກເຮົາ ທີ່ຈະເປັນປະເທດເອີຣົບທີ່ເຂັ້ມແຂງ ມີອິດສະຫຼະ ແລະ ເປັນປະຊາທິປະໄຕ.

Leave a Reply

Your email address will not be published. Required fields are marked *

Back to top button