ຈຳໃຈລາ!..ເປັນຄູອາສາ 9 ປີ ບໍ່ໄດ້ລັດຖະກອນ ຈົນອາຍຸເກີນ 35

ເປັນຄູອາສາ 9 ປີ ບໍ່ໄດ້ລັດຖະກອນ ຈົນອາຍຸເກີນ35.. ສອນມາ 9 ປີ ໃນການທຸ້ມເທແຮງກາຍແຮງໃຈສິດສອນນັກຮຽນໃຫ້ມີຄວາມຮູ້ ເປັນຄົນດີຂອງສັງຄົມ

9 ປີ ໃນການເສຍສະຫຼະທຸກຢ່າງເພື່ອອາຊີບທີ່ຮັກ ເພື່ອຫວັງຈະໄດ້ບັນຈຸເຂົ້າເປັນພະນັກງານສົມບູນ

9 ປີ ຜ່ານໄປໃນໃຈບໍ່ເຄີຍຄິດທີ່ຈະຢາກຢຸດຄວາມຝັນຂອງຕົນເອງເນື່ອງຈາກມັກຮັກໃນອາຊີບ ຍັງຢາກທີ່ຈະສຶບຕໍ່ສິດສອນຊ່ວຍເຫຼືອສັງຄົມ

ແຕ່ສຸດທ້າຍຕ້ອງຈຳໃຈລາຈາກອາຊີບທີ່ຮັກກັບທາງໂຮງຮຽນເພື່ອໄປຊອກຫາວຽກເຮັດເພື່ອຄວາມຢູ່ລອດຂອງຄອບຄົວ ເນື່ອງຈາກເກນອາຍຸເກີນ ແລະ ບັນຫາເສດຖະກິດທາງຄອບຄົວທີ່ມີຄວາມຂາດເຂີນ.

# ທີ່ໂພດບໍ່ມີຈຸດປະສົງສ້າງຄວາມປັ່ນປ່ວນໃດໆ

ພຽງແຕ່ເຫັນໃຈ ເພາະເຫັນລາວເປັນຄົນດີ ມັກຊ່ວຍເຫຼືອສັງຄົມ ແລະ ຄົນອ້ອມຂ້າງ ເນື່ອງຈາກຂ້າພະເຈົ້າເຫັນລາວນັບແຕ່ມາສ້າງຄອບຄົວຢູ່ພາຍໃນບ້ານ ແລະ ມີຄວາມສະນິດກັບເພີ່ນຍ້ອນນິໃສ ແລະ ຄວາມຈິງໃຈຂອງລາວ.

# ຝາກເຖິງລູກສິດອາຈານຊ່ວຍແຊແນ່ເດີເພື່ອມີຜູ້ໃຫຍ່ໃຈດີທີ່ສາມາດຊອກວຽກເຮັດງານທຳທີ່ເໝາະສົມໃຫ້ເພີ່ນ

ຫຼືລູກສິດຄົນໃດທີ່ຢາກຊ່ວຍເຫຼືອເພີ່ນດ້ານທຶນຕ່າງໆ ເພື່ອເປັນແຮງກຳລັງໃຈສຳລັບອາຈານທີ່ເພີ່ນເສຍຫຼະເວລາ 9 ປີໃນການທຸມເທ້ສິດສອນລູກສິດໃຫ້ຄວາມຮູ້ແລະເປັນຄົນດີສາມາດຕິດຕໍ່ເພີ່ນໄດ້ ປະຈຸບັນ ອາດີດອາຈານ ສຸລິຍາ ຂຸນວິຈິດ ແມ່ນອາໃສຢູ່ບ້ານຕູມນ້ອຍ ເມືອງສຸຂຸມາ ແຂວງຈຳປາສັກ

ທີ່ມາ: Saona Studio.ຊາວນາສະຕູດີໂອ.

Leave a Reply

Your email address will not be published. Required fields are marked *

Back to top button