ປກສ-ປກຊ ລົງກວດເພື່ອສະກັດ​ກັ້ນ ການນຳ​ໃຊ້ແຮງ​ງານ​ຜິດ​ກົດໝາຍ ແລະ ​ການ​ກະທຳທີ່​ຜິດ​ຕໍ່ລະບຽບກົດໝາຍ

ຄະນະທີມງານຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຂອງຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດ

ເພື່ອເຮັດໃຫ້ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກາຍເປັນເມືອງທີ່ເໝາະສົມແກ່ການດຳເນີນທຸລະກິດ, ທີ່ຢູ່ອາໄສ ແລະ ທ່ອງທ່ຽວ. ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ,

ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໂດຍມີຈຸດປະສົງເພື່ອສະກັດ​ກັ້ນ​ການ​ກະທຳທີ່​ຜິດ​ຕໍ່ລະບຽບກົດໝາຍເຊັ່ນ: ການ​ລັກລອບ​ຄ້າສິ່ງ​ເສບ​ຕິດ, ການນຳ​ໃຊ້ແຮງ​ງານ​ຜິດ​ກົດໝາຍ, ການ​ຄ້າ​ມະນຸດ ແລະ ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ.

ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ.

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ ແມ່ນຍຶດ​ໝັ້ນ​​ການທ່ອງ​ທ່ຽວ​ເປັນ​ທິດ​ທາງໃນການພັດທະນາ, ສູ້ຊົນໃຫ້ສະພາບແວດລ້ອມພາຍໃນ ແລະ ອ້ອມແອ້ມເຂດໃຫ້ມີຄວາມສະຫງົບ ແລະ ປອດໄພ ເພື່ອການພັດທະນາທີຍືນຍົງ.

ໃນການລົງກວດກາຄັ້ງນີ້ກໍ່ແມ່ນການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການປັບປຸງ​ການ​ຄຸ້ມ​ຄອງ​ ແລະ ຍົກລະດັບຄວາມສະຫງົບປອດໄພພາຍໃນເຂດ. ໃຫ້ນັກລົງທຶນມີຄວາມຄວາມໝັ້ນໃຈ, ຜູ້ອອກແຮງງານເຮັດວຽກດ້ວຍຄວາມສະບາຍໃຈ ແລະ ນັກທ່ອງທ່ຽວສາມາດທ່ອງທ່ຽວຢ່າງມີຄວາມສຸກ.

ພາບ-ຂ່າວ: ຫ້ອງການໂຄສະນາເຜີ່ຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ທີ່ມາ: Media Laos

Leave a Reply

Your email address will not be published. Required fields are marked *

Back to top button