ຂ່າວດີ!.. ປັບລາຄາ​ນ້ຳມັນ​ລົງຫລາຍແລ້ວ​

ຂ່າວດີ !!! ແຈັງປັບລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ທົ່ວປະເທດ ! ໂດຍລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 9 ກັນຍາ 2022; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.

– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ

+ ນໍ້າມັນກາຊວນ -430 ກີບ/ລິດ,

+ ແອັດຊັງ​ທຳມະດາ​ -320,

+ ແອັດຊັງ​ພິເສດ -650

– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ, ລົງວັນທີ 8ກັນຍາ2022 ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 098/ອຄ, ລົງວັນທີ 8ກັນຍາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

..

,,

Leave a Reply

Your email address will not be published. Required fields are marked *

Back to top button