ຫ້າມໂຮງຮຽນສາຍສາມັນພາກລັດ ເກັບເງິນຄ່າທໍານຽມ ແລະ ຄ່າບໍລິການ ນໍານັກຮຽນທີ່ມາສະເຫນີຕົວເຂົ້າຮຽນໃຫມ່ເດັດຂາດ

ມີໂຮງຮຽນລັດແຫ່ງໃດແດ່ຢູ່ແຂວງຫລວງພະບາງປະຕິບັດໄດ້ຕາມແຈ້ງການ ຂອງພະແນກສຶກສາສະບັບນີ້ ຂໍຊົມເຊີຍເດີ!

ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນສົກຮຽນ 2022-2023 ນີ້ ບໍ່ອານຸຍາດໃຫ້ບັນດາໂຮງຮຽນສາຍສາມັນສຶກສາພາກລັດ ໃນທົ່ວແຂວງຫຼວງພະບາງ, ເກັບເງິນຄ່າທໍານຽມ ແລະ ຄ່າບໍລິການ ນໍານັກຮຽນທີ່ມາສະເຫນີຕົວເຂົ້າຮຽນໃຫມ່,

ກໍລະນີໂຮງຮຽນມີແຜນພັດທະນາໂຮງຮຽນແມ່ນໃຫ້ນໍາໃຊ້ບ້ວງເງິນບໍລິຫານ ໂຮງຮຽນຕາມຫົວຫນ່ວຍນັກຮຽນທີ່ລັດຖະບານສະຫມອງໃຫ້, ຖ້າຫາກວ່າສະມາຄົມພໍ່ແມ່ນັກຮຽນ ຈະເກັບເງິນນໍາຜູ້ປົກຄອງ ນັກຮຽນ

ເພື່ອມາຊ່ວຍໃນການພັດທະນາໂຮງຮຽນຮອບດ້ານ ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບຈາກຄະນະພັດທະນາ ການສຶກສາຂັ້ນບ້ານ, ອໍານາດການປົກຄອງເມືອງ, ເຈົ້າເມືອງເຈົ້ານະຄອນ.

> ສໍາລັບໂຮງຮຽນທີ່ມີຫ້ອງຮຽນສອງພາສາໃນສາຍສາມັນສຶກສາ ການນໍາໃຊ້ງົບປະມານໃນການພັດທະນາໂຮງຮຽນ ກໍ່ ໃຫ້ປະຕິບັດເອກະພາບຄືກັບໂຮງຮຽນສາຍພາສາລາວທົ່ວໄປ, ການເກັບເງິນຄ່າຮຽນນໍານັກຮຽນຕາມທີ່ເຄີຍປະຕິບັດກັນຜ່ານ ມານັ້ນໃຫ້ລົບລ້າງ,

ສ່ວນການນໍາໃຊ້ງົບປະມານໃນການບໍລິຫານໂຮງຮຽນເລີ່ມແຕ່ສົກຮຽນນີ້ເປັນຕົ້ນໄປໃຫ້ປະຕິບັດຕາມ ມາດຕາ 13 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງຮຽນທີ່ມີຫ້ອງຮຽນສອງພາສາໃນສາຍສາມັນເລກທີ 2521/ສສກ, ລົງ ວັນທີ 24 ມິຖຸນາ 2022.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງການເຖິງທ່ານ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມຫນ້າທີ່ ຂອງໃຜລາວໃຫ້ໄດ້ຮັບຜົນດີ.

ແຈ້ງການ

Leave a Reply

Your email address will not be published. Required fields are marked *

Back to top button