ຊາວບ້ານ!..ຊ່ວຍກັນຊອກ ຄຳ 30 ບາດໃຫ້ແມ່ຕູ້ ຫຼັງໄຟໄໝ້ເຮືອນ

ຊາວບ້ານ!..ຊ່ວຍກັນຊອກ ຄຳ 30 ບາດໃຫ້ແມ່ຕູ້ ຫຼັງໄຟໄໝ້ເຮືອນ

ເພື່ອນບ້ານສາມັກຄີ! ຄົ້ນ​ຫາ​ຄຳ​ຄືນ “ແມ່​ຕູ້” ຫຼັງ​ໄຟ​ໄໝ້​ເຮືອນ ໄໝ້​ຊັບ​ສິນ​ຕະຫຼອດ​ຊີ​ວິດ, ເງິນ 3 ລ້ານ, ຄຳ 30 ບາດ

,

ເຫດນີ້ເກີດຂື້ນໃນວັນທີ 268/1/2023 ຜ່ານມານີ້ ຢູ່ປະເທດເພື່ອນບ້ານ . ໃນມື້ເກີດເຫດ ເພື່ອນ​ບ້ານມາ ຊ່ວຍ​ກັນ​ດັບ​ໄຟ​ໄໝ້ຫ້ອງແຖວ 2 ຊັ້ນ ທີ່ແມ່ຕູ້ເຊົ່າ ແມ່ເຖົ້າ​ໄວ 86 ປີ ​ສະ​ສົມ​ທອງ​ຮູບ​ພັນ​ເກັບ​ໃນ​ບ້ານ ໜັກ​ກວ່າ 30 ບາດ ເງີນ​ສົດ​ອີກ​ກວ່າ 3 ລ້ານ​ບາດ ຖືກໄຟໄມ້ຫມົດ.

ຢັແຕ່ຍັງໂຊ​ກດີ​ ເພື່ອນຊາວບ້ານມາຊ່ວຍຄົ້ນຫາພົບເຫັນ​ຄຳເກືອບ​ຄົບ. ສ່ວນ​ເງີນ​ສົດ​ຄາດ​ໄຟ​ໄໝ້​ຫມົດ ແມ່ເຖົ້າເລົ່າເປັນຊັບສີນທີ່ແມ່ເຖົ້າ​ເກັບ​ມາ​ທັງ​ຊີວິດ ເຊີ່ງໄດ້​ມາ​ຈາກ​ຄ້າ​ຂາຍແລະ ເງີນທີ່ລູກຫລານໃຫ້ ແລະ ຄຳທີ່ລູກຫລາຍຊື້ເປັນຂອງຂວັນໃຫ້ແມ່

ໂດຍ​ຈາກ​ການ​ກວດ​ສອບ​ຂໍ້​ມູນ​ພົ​ບວ່າ ຫ້ອງ​ແຖວ​ທັງ 6 ຄູ​ຫາ ເປັນ​ຫ້ອງ​ເຊົ່າ ້ເພື່ອການ​ຄ້າ​ຂາຍ ມີ​ຜູ້​ເສຍ​ຫາຍ​ທັງ​ໝົດ 8 ຄົນ ເຊີ່ງ​ຜູ້​ເຊົ່າມີ 3 ຄົນ ແລະ​ ເຈົ້າ​ຂອງ​ຫ້ອງ​ແຖວ ອີກ 5 ຄົນ

ຊັບ​ສິນ​ເສຍ​ຫາຍ​ທັງ​ໝົດ ໜັກ​ສຸດ ຄື ນາງ​ເຖາະ ອາ​ຍຸ 86 ປີ ເຊີ່ງເປັນຊັບສີນ ເຄື່ອງ​ໃຊ້​ໃນ​ບ້ານ ຍັງມີ​ທອງ​ຄຳ​ຮູບ​ພັນ ນ້ຳ​ໜັກ​ທັງຫມົດ​ປະ​ມານ 30 ບາດ ແລະ​ເງີນ​ສົດ ອີກ​ຈຳນວນ 3 ລ້ານ​ບາດ

ຊົມຄລີບ 1

ຊົມຄລີບ2

Leave a Reply

Your email address will not be published. Required fields are marked *

Back to top button