ນັກຮຽນອິນເດຍ ຈັບອາຈານມັດໄວ້ກັບຕົ້ນໄມ້ ເນື່ອງຈາກບໍ່ພໍໃຈໃນຄະແນນສອບເສັງ

ເຊື່ອວ່າຫຼາຍໆຄົນຕ້ອງເຄີຍບໍ່ພໍໃຈໃນຕົວຄູສອນ ຫຼື ອາຈານທີ່ບາງຄັ້ງໃຫ້ຄະແນນສອບເສັງຕໍ່າເກີນໄປຈົນເຮັດໃຫ້ເຮົາເສັງຕົກວິຊານັ້ນໆ ແລະເຖິງວ່າການທີ່ເຮົາໄດ້ຄະແນນສອບເສັງບໍ່ດີ

ແຕ່ນັ້ນບໍ່ແມ່ນເຫດຜົນທີ່ເຮົາຈະໄປມັດໃຜໄວ້ກັບຕົ້ນໄມ້ ເຊັ່ນດຽວກັນກັບເຫດການນີ້ທີ່ນັກຮຽນອິນເດຍໄດ້ໃຊ້ເຊືອກມັດອາຈານໄວ້ກັບຕົ້ນໄມ້ ຫຼັງຈາກບໍ່ພໍໃຈໃນຄະແນນສອບເສັງ.

ເລື່ອງລາວນີ້ເກີດຂຶ້ນເມື່ອວັນທີ 29 ສິງຫາ 2022 ທີ່ໂຮງຮຽນແຫ່ງໜຶ່ງໃນເມືອງ Dumka ລັດ Jharkhand ທີ່ຕັ້ງຢູ່ພາກຕາເວັນອອກຂອງປະເທດອິນເດຍ

ໂດຍມີການເຜີຍແຜ່ຄລິບວິດີໂອທີ່ສະແດງໃຫ້ເຫັນນັກຮຽນຊາຍຈໍານວນຫຼາຍຄົນຢືນອ້ອມຊາຍ 3 ຄົນເຊິ່ງຄາດວ່າເປັນອາຈານທີ່ຖືກເຊືອກສີແດງເສັ້ນໃຫຍ່ມັດໄວ້ກັບຕົ້ນໄມ້ ພ້ອມກັບຖືກນັກຮຽນລຸມຕີ.

ແຕ່ເມື່ອມີການສືບສວນຫາສາເຫດນີ້ກໍພົບວ່າ ເຫດເກີດຈາກການສອບເສັງວິຊາຄະນິດສາດທີ່ມີນັກຮຽນເຂົ້າສອບເສັງທັງໝົດ 32 ຄົນ.

ແຕ່ເມື່ອຜົນຄະແນນສອບເສັງອອກມາມີ 11 ຄົນທີ່ໄດ້ເກຣດ DD (Double D) ເຊິ່ງເກຣດນີ້ຖືໄດ້ວ່າເປັນຄະແນນເສັງຕົກໃນລະດັບ 9 ດັ່ງນັ້ນມັນຈຶ່ງສົ່ງຜົນກະທົບຢ່າງຫຼາຍຕໍ່ກຸ່ມນັກຮຽນດັ່ງກ່າວ ເພາະຖ້າບໍ່ຜ່ານລະດັບນີ້ພວກເຂົາກໍບໍ່ສາມາດເລື່ອນຂຶ້ນຊັ້ນມັດທະຍົມປາຍໄດ້ໃນປີໜ້າ.

ແລະເມື່ອນັກຮຽນຮູ້ຜົນຄະແນນກໍຮູ້ສຶກບໍ່ພໍໃຈແລະກ່າວຫາວ່າອາຈານເປັນຜູ້ຕັ້ງໃຈທີ່ເຮັດໃຫ້ຄະແນນຂອງພວກຕົນອອກມາຕໍ່າ ພ້ອມນັ້ນພວກເຂົາຍັງໄດ້ສົງໄສໃນການກວດບົດສອບເສັງ ຈຶ່ງໄດ້ໄປຂໍເບິ່ງເອກະສານຄໍາຕອບນຳຜູ້ອຳນວຍການແຕ່ກໍຖືກປະຕິເສດທີ່ຈະໃຫ້ເບິ່ງ.

ຫຼັງຈາກນັ້ນຈຶ່ງໄດ້ໄປຂໍເບິ່ງນໍາພະນັກງານຂອງໂຮງຮຽນອີກຄົນແຕ່ກໍຖືກປະເສດມາເຊັ່ນດຽວກັນ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ກຸ່ມນັກຮຽນກຸ່ມນີ້ລວມມືກັນວາງແຜນກໍ່ເຫດ ໂດຍການລໍ້ອາຈານອອກມານອກແລ້ວມັດອາຈານໄວ້ກັບຕົ້ນໄມ້ພ້ອມກັບມີການລຸມຕີ.

ນອກຈາກນີ້ ກຸ່ມນັກຮຽນຍັງໄດ້ຖ່າຍຄລິບວິດີໂອ ເຊິ່ງໃນວິດີໂອຕົວດັ່ງກ່າວຈະໄດ້ຍິນສຽງນັກຮຽນຄົນໜຶ່ງຮ້ອງຂຶ້ນມາວ່າ “ຂ້ອຍຢາກໃຫ້ວິດີໂອນີ້ເປັນກະແສ ຄົນພວກນີ້ມີສ່ວນຮ່ວມ (ອາຈານມີສ່ວນຮ່ວມໃນການເຮັດໃຫ້ພວກເຂົາສອບເສັງຕົກ) ສາທາລະນະຄວນຮູ້”.

ຫຼັງຈາກທີ່ວິດີໂອນີ້ຖືກເຜີຍແຜ່ອອກໄປ ເຈົ້າໜ້າທີ່ທາງດ້ານການສຶກສາກໍໄດ້ເຂົ້າໄປຈັດການກັບເລື່ອງນີ້ທັນທີ ພ້ອມກັບໄດ້ຮັບຂໍ້ມູນກ່ຽວກັບເຫດການທີ່ເກີດຂຶ້ນ ແລະ ເມື່ອໄປເຖິງໂຮງຮຽນກໍໄດ້ໂອ້ລົມກັບອາຈານທຸກຄົນ

ພ້ອມນີ້ ກຸ່ມນັກຮຽນທີ່ກໍ່ເຫດຍັງໄດ້ບອກກັບເຈົ້າໜ້າທີ່ວ່າ ພວກເຂົາໄດ້ຮັບຄະແນນໜ້ອຍຫຼາຍ ແລະບໍ່ໄດ້ ຮັບການປະຕິບັດທີ່ດີຈາກອາຈານຂອງຕົນເອງ.

ເຖິງຈະບໍ່ມີການຢືນຢັນວ່າອາຈານທີ່ຢູ່ໃນເຫດການບາດເຈັບຫຼືບໍ່ ແຕ່ທາງເຈົ້າໜ້າທີ່ກແມ່ນກໍາລັງສືບສວນຕໍ່ໄປ.

ຊົມຄລີບ

ທີ່ມາ Lao X ອ້າງຈາກແຫລ່ງຂ່າວ https://cutt.ly/sCj2Tm0

Leave a Reply

Your email address will not be published. Required fields are marked *

Back to top button