ຂ່າວດີ!.. ລາວ​ຜະລິດ​ໄດ້ນ້ຳມັນ 1 ລ້ານໂຕນ​ຕໍ່ປີ..​ປະຊາຊົນ​ອາດຈະໄດ້ໃຊ້ນ້ຳມັນຂອງລາວ ຢ່າງພຽງພໍ

ວັນທີ 05 ກັນຍາ 2022 ນີ້, ທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ເເຮ່ (ພບ) ພ້ອມຄະນະ ລົງພົບປະ,

ຢ້ຽມຢາມ ແລະ ຕິດຕາມການດຳເນີນງານຂອງໂຮງກັ່ນນ້ຳມັນຂອງ ບໍລິສັດ ເປໂຕຼລາວ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ WANG DENG TAO ຮອງອຳນວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ພ້ອມດ້ວຍພະນັກງານ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ WANG DENG TAO ຮອງອຳນວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່

ທ່ານ ລັດຖະມົນຕີ ພ້ອມຄະນະທີ່ໄດ້ລົງມາຢ້ຽມຢາມ ແລະ ຊຸກຍູ້ການດຳເນີນກິດຈະການຂອງໂຮງງານກັ່ນນໍ້າມັນ ເຊິ່ງເປັນໂຮງງານແຫ່ງທີ 2 ຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ສປປ ລາວ ເພື່ອດຳເນີນທຸລະກິດກັ່ນນໍ້າມັນດິບໃຫ້ເປັນນໍ້າມັນສຳເລັດຮູບກ

ທ່ານຮອງຜູ້ອຳນວຍການ ໄດ້ລາຍງານວ່າ: ບໍລິສັດ ເປໂຕຼລາວ ຈໍາກັດ ສ້າງຕັ້ງຂຶ້ນໃນເດືອນກັນຍາ 2014 ເປັນບໍລິສັດ ຮ່ວມທຶນ ລະຫວ່າງ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ (YCIH) ສປ ຈີນ, ບໍລິສັດ ລັດວິສະຫະກິດນໍ້າມັນເຊື້ອໄຟລາວ (LSFC) ແລະ ວິສະຫະກິດຂອງຝ່າຍຈີນ ມີຊື່ຫຍໍ້ວ່າ.

ບໍລິສັດ ເປໂຕຼລາວ ຈຳກັດ ເພື່ອດຳເນີນກິດຈະການໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ ທຶນຈົດທະບຽນ 36.960.000 ໂດລາສະຫະລັດ, ມີຄວາມສາມາດຜະລິດນ້ຳມັນ 3 ລ້ານໂຕນຕໍ່ປີ.

ໂຮງງານດັ່ງກ່າວຈະດຳເນີນການກໍ່ສ້າງ ແລະ ດໍາເນີນງານເບື້ອງຕົ້ນແບ່ງເປັນ 3 ໄລຍະ ເຊິ່ງປະຈຸບັນ ສໍາເລັດການກໍ່ສ້າງໄລຍະທີ່ 1, ມີກໍາລັງການຜະລິດ 1 ລ້ານໂຕນ/ປີ,

ບົນພື້ນຖານນີ້ ທີ່ສາມາດພັດທະນາໂຄງການໄລຍະທີ 2 ແລະ ໂຄງການ ໄລຍະທີ 3 ຈະໃຊ້ເວລາໃນການພັດທະນາ ທັງ 3 ໄລຍະຕາມແຜນ ປະມານ 10 ປີ.

ປັດຈຸບັນ, ບໍລິສັດ/ໂຮງກັ່ນ ເປໂຕຼລາວ ຈຳກັດ ຍັງບໍ່ທັນຈໍາໜ່າຍນໍ້າມັນທີ່ຜະລິດແລ້ວ ອອກສູ່ສັງຄົມໃຫ້ໄດ້ຊົມໃຊ້ໄດ້ເທື່ອ ເພາະວ່າໂຄງສ້າງລາຄາຈໍາໜ່າຍນໍ້າມັນ ສະເພາະຂອງບໍລິສັດຍັງບໍ່ທັນໄດ້ສໍາເລັດ ແລະ ຖືກຮັບຮອງຮັບຮອງຈາກ ລັດຖະບານ.

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ມີຄຳເຫັນໃຫ້ທິດຊີ້ນຳ ເພື່ອເປັນທິດທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງບໍລິສັດ

ເຊິ່ງທ່ານສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນການດຳເນີນກິດຈະການຂອງບໍລິສັດສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດໄລຍະທີ 1 ສຳເລັດໂດຍພື້ນຖານ.

ຂໍ້ມູນ: ສູນຂ່າວພະລັງງານ ແລະ ບໍ່ແຮ່

Leave a Reply

Your email address will not be published. Required fields are marked *

Back to top button