ຂ່າວຫລ້າສຸດ ວັດບ້ານແຈ້ງສະຫວ່າງໄດ້ນຳເງິນບໍລິຈາກມາມອບໃຫ້ ຈົວນ້ອຍ

ຂ່າວຫລ້າສຸດ ວັນທີ 6 ກັນຍາ 2022 ວັດແຈ້ງສະຫວ່າງໄດ້ນຳເງິນບໍລິຈາກມາມອບໃຫ້ ຈົວນ້ອຍທັງສອງອົງເພີ່ມ ລວມທັງທີ່ມອບກ່ອນໜ້ານີ້ ເປັນເງິນທັງໝົດ 56 ລ້ານກີບ.

ແລງວັນທີ 6 ກັນຍາ 2022 ພະ ສຸກສະຫວັນ ວົງສະຫວັດ ເຈົ້າຂອງບັນ ທີ່ເປີດຮັບບໍລິຈາກເງິນຊ່ວຍເຫລືອຄ່າປິ່ນປົວ ຈົວນ້ອຍ 2 ອົງ ທີ່ເກີດອຸບັດຕິເຫດຖືກລົດຕຳ ແລະ

ເປັນແອັດມິນເຟສບຸກວັດບ້ານແຈ້ງສະຫວ່າງ ໄດ້ນຳເງິນທີ່ໄດ້ຮັບບໍລິຈາກມາມອບໃຫ້ຈົວນ້ອຍເພີ່ມ ແລະ ລວມທັງເງິນທີ່ມອບແລ້ວກ່ອນໜ້ານີ້ ລວມທັງໝົດ ຈຳນວນ 56.000.000 ກີບ.

ຈຳນວນທັງໝົດ 56.​000.000 ກີບ ໄດ້ແບ່ງມອບໃຫ້ພໍ່ແມ່ຈົວນ້ອຍທັງ 2 ອົງເພື່ອເປັນການຄ່າປິ່ນປົວ ຄື:

1.ໄດ້ມອບເງິນ 30.000.000 ກີບ ໃຫ້ຈົວດົງ ທີ່ໄດ້ຮັບບາດເຈັບໜັກ ແລະ

2.ໄດ້ມອບຈຳນວນເງິນລວມ 26.000.000 ກີບ ໃຫ້ຈົວຕີ່ ທີ່ໄດ້ຮັບບາດເຈັບສົມຄວນ.

ທາງວັດໄດ້ແຈ້ງວ່າເງິນທີ່ໄດ້ຮັບທັງໝົດນັບແຕ່ມື້ເປີດຮັບບໍລິຈາກຈົນຮອດມື້ປິດຮັບບໍລິຈາກ ແມ່ນມີຍອດເງິນລວມທັງໝົດຈຳນວນ 56.000.000 ກີບ ໄດ້ນຳມາມອບໃຫ້ຈົວນ້ອຍທັງສອງໝົດແລ້ວ.​

ແຕ່ບໍ່ສາມາດນຳສະເຕດເມັນບັນຊີດັ່ງກ່າວມາເປີດເຜີຍຕໍ່ສັງຄົມໄດ້.

ສ່ວນບັນຫາອື່ນໆທີ່ສັງຄົມຄາໃຈເຊັ່ນ ປະເດັນການລຶບໂພສ,​ ການປ່ຽນເຟສ, ການມີ 2 ເຟສ, ການໂອນເງິນຈາກບັນຊີໜຶ່ງໄປບັນຊີໜຶ່ງ….​

ຈະມີການຊີ້ແຈງໃນຂ່າວຕໍ່ໄປ….​

Leave a Reply

Your email address will not be published. Required fields are marked *

Back to top button