ທ້າວ ປາວກື ສາມາດກວາດເອົາໃບປະກາດແດງຈາກມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີ ກັບທ້າວ ປາວກື ເສົາຫລົງ, ຈາກບ້ານ ນາເລົາ, ເມືອງໂພນໂຮງ, ແຂວງວຽງຈັນ ທີ່ສາມາດກວາດເອົາໃບປະກາດແດງ ຈາກມະຫາວິທະຍາໄລແຫ່ງຊາດ,

ຄະນະວິສະວະກໍາສາດ, ພາກວິຊາ ວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ມາຄອງໄດ້ສໍາເລັດ, ໝູ່ເພື່ອນ ຄູອາຈານ ຕ່າງດີໃຈ ແລະ ຊົມເຊີຍ ຜົນສໍາເລັດດ້ານການສຶກສາ ຂອງ ປາວກື.

ນອກຈາກໄດ້ໃບປະກາດແດງ ສາຂາ IT ຈາກ ມຊ ແລ້ວ, ປາວກືຍັງຈົບການສຶກສາ ຈາກວິທະຍາໄລ ສອນພິທັກລາວ ສາຂາພາສາອັງກິດທຸລະກິດ ແລະ ໄດ້ໃບຍ້ອງຍໍດີເດັ່ນອັນດັບໜຶ່ງ ມາຄອງຕື່ມອີກ

ປະຈຸບັນນີ້ ປາວກື ແມ່ນທັງຮຽນ ແລະ ເຮັດວຽກໄປພ້ອມກັນ ໂດຍ ເຮັດວຽກເປັນນັກພັດທະນາເວັບໄຊ້ຢູ່ທີ່ບໍລິສັດໂຄລາວກຸບ. ປາວກື ໃຫ້ສໍາພາດ ຕໍ່ທີມງານນັກຂ່າວ ວ່າ ໄດ້ວາງແຜນຈະເຮັດວຽກຫາປະສົບການໃຫ້ກັບຕົວເອງ ອີກປະມານ 2-3 ປີກ່ອນ ແລະ

ໃນຄະນະດຽວກັນທີ່ເຮັດວຽກກໍ່ຈະກະກຽມພາສາອັງກິດເພື່ອຍົກລະດັບພາສາອັງກິດຂອງຕົນໃຫ້ສູງຂຶ້ນ ແລະ ເສັງທຽບລະດັບພາສາອັງກິດ (IELTS) ເພື່ອສະໝັກ ເສັງເອົາທືນຮຽນຕໍ່ປະລິຍາໂທທີ່ປະເທດ Australia ໃນສາຂາທີ່ກ່ຽວຂ້ອງ.

ປາວກື ກ່າວວ່າ ເຄັດລັບທີ່ຮຽນຫລາຍບ່ອນພ້ອມໄດ້ຮັບໃບຍ້ອງຍໍ ແລະ ໃບປະກາດແດງ ນີ້ ແມ່ນມາຈາກ ຄວາມຕັ້ງໃຈເຮັດ ໃນສິ່ງທີ່ຕົນມັກ ໂດຍ

1. ຕ້ອງການຈັດເວລາໃຫ້ເປັນລະບົບລະບຽບ, ບັນທຶກວຽກບ້ານ ຫລື ບົດຮຽນຕ່າງໆທີ່ມີພາຍໃນແຕ່ລະອາທິດນັ້ນໆ ຫລັງຈາກນັ້ນ, ມາລຽງລໍາດັບເບິ່ງວ່າອັນໃດສໍາຄັນ ແລະ ເລັ່ງດ່ວນ ກໍ່ເຮັດກ່ອນ, ອັນໃດທີ່ສໍາຄັນ ແຕ່ບໍ່ເລັ່ງດ່ວນ, ອັນດີທີ່ບໍ່ສໍາຄັນປານໃດ ແຕ່ເລັ່ງດ່ວນ ແລະ ອັນໃດທີ່ບໍ່ສໍາຄັນ ແລະ ບໍ່ເລັ່ງດ່ວນກໍ່ເອົາໄປເຮັດເປັນອັນສຸດທ້າຍ.

2. ຕັ້ງໃຈຟັງເວລາທີ່ອາຈານອະທິບາຍ ແລະ ມີປື້ມນ້ອຍທີ່ແບ່ງອອກເປັນແຕ່ລະວິຊາຮຽນ ຫລັງຈາກນັ້ນໄດ້ຈົດບັນທຶກທຸກຄໍາເວົ້າທີ່ສໍາຄັນຂອງອາຈານເວລາທີ່ເພີ່ນສອນ ເພາະວ່າບົດເສັງທີ່ອອກສ່ວນຫລາຍແລ້ວແມ່ນອອກຕາມທີ່ອາຈານອະທິບາຍ ເຊິ່ງຖ້າເຮົາມີປຶ້ມບັນໄວ້ແລ້ວ ເຮົາກໍ່ຈະໃຊ້ເວລາໜ້ອຍໃນການຄົ້ນຄວ້າ ແລະ

ຄົ້ນຄ້ວາໄດ້ຖຶກຈຸດ ຖ້າຖາມວ່າເປັນຫຍັງຕ້ອງບັນທຶກ? ແນ່ນອນຢູ່ແລ້ວວ່າຄົນເຮົາຈະຈື່ໃນເວລາທີ່ອາຈານຫາກໍ່ອະທິບາຍ ແຕ່ເມື່ອດົນໄປ ແລະ ຮຽນຫລາຍວິຊາຂຶ້ນກໍ່ຈະລືມ ດັ່ງນັ້ນ, ການບັນທຶກຈຶ່ງເປັນອີກເຄັດລັບທີ່ສໍາຄັນ ດັ່ງຄໍາເວົ້າທີ່ວ່າ: “ ຈື່ດີກວ່າຈົດ ຈື່ບໍ່ໝົດ ຈົດດີກວ່າຈື່ ”.

3. ຫາຮຽນນໍາລຸ້ນອ້າຍເອື້ອຍຜ່ານມາໃນສາຂາດຽວກັນນັ້ນ: ການທີ່ເຮົາໄປສອບຖາມບົດຮຽນ ແລະ ບົດຄົ້ນຄ້ວາຕ່າງໆນໍາລຸ້ນອ້າຍເອື້ອຍກໍ່ເປັນອີກໜຶ່ງເຄັດລັບທີ່ຈະໃຊ້ໃຫ້ເຮົາໄປໄດ້ໄວກວ່າຄົນອື່ນ ແລະ ໄດ້ຄວາມຮູ້ທີ່ຖືກເປົ້າໝາຍມາສຶກສາຄົ້ນຄ້ວາ.

4. ເປັນອາສາສະໝັກ: ການເປັນອາສາສະໝັກກໍ່ຖືກວ່າເປັນອີກໜຶ່ງປັດໄຈທີ່ຈະຊ່ວຍເສີມສ້າງທັກສະໃຫ້ກັບຕົວເຮົາຫລາຍໆທັກສະເຊັ່ນ: ທັກສະການສື່ສານ, ທັກສະການເຂົ້າຫາຄົນ, ທັກສະການສະແຫວງຫາຄົນຮູ້, ທັກສະການສັງເກດ ແລະ ທັກສະການຮັບມືກັບເຫດການຕ່າງໆ ແລະ ອື່ນໆອີກ.

ເຊິ່ງໃນໄລຍະການຮຽນ 4 ປີໃນຮົ້ວມະຫາໄລນ້ອງເອງໄດ້ໄປເປັນອາສາສະໝັກນໍາສູນຕ່າງໆເຊັ່ນ: ມູນິທິຮ່ວມໃຈທໍາ, ສູນມຸນການສຶກສາສໍາລັບທຸກຄົນ (EzoneA), ສູນການສຶກສາ ແລະ ວັດທະນະທໍາເດັກ, ສະມາຄົມຊຽງໝ້ຽງ ແລະ ອື່ນໆອີກ.

ແນ່ນອນຢູ່ແລ້ວວ່າທຸກຄວາມສໍາເລັດບໍ່ວ່າຈະນ້ອຍ ຫລື ໃຫຍ່ລ້ວນແລ້ວແຕ່ມີຜູ້ຢູ່ເບື້ອງຫຼັງສະເໝີ ດັ່ງນັ້ນ, ປາວກື ກ່າວວ່າ ຂໍຖືກໂອກາດນີ້ສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບຜູ້ຢູ່ເບື້ອງຫລັງຂອງຜົນສໍາເລັດຄັ້ງນີ້:

– ຂອບໃຈມາຍັງ ຄູ-ອາຈານທຸກທ່ານໄດ້ສັ່ງສອນ, ສິດສອນ ແລະ ຖ່າຍທອດຄວາມຮູ້ຄວາມສາມາດໃຫ້ຕົວນ້ອງ.

– ຂອບໃຈພໍ່ແມ່, ເອື້ອຍເອື້ອຍນ້ອງ ແລະ ໝູ່ເພື່ອນທຸກຄົນທີ່ຄອຍສະໜັບສະໜູນມາໂດຍຕະຫລອດ.

– ຂອບໃຈທຶນການສຶກສາ ມູນິທິເກື້ອຝັນເດັກ (Child’s dream) ທີ່ໄດ້ໃຫ້ທຶນການສຶກສາຊ່ວຍເຫລືອນ້ອງໃນໄລຍະເວລາ 4 ປີ.

ທ້າຍສຸດ, ນ້ອງ ປາວກື ກ່າວວ່າ ທຸກອຸປະສັກມີໄວ້ໃຫ້ຄົນເຮົາຜ່ານຜ່າ ແລະ ທຸກຄົນທີ່ປະສົບຜົນສໍາເລັດລ້ວນແລ້ວແຕ່ເຄີຍຜ່ານອຸປະສັກຕ່າງໆນາໆມາ. ດັ່ງນັ້ນ, ຈົ່ງເປີດໂອກາດໃຫ້ກັບຕົວເອງ, ຕັ້ງໃຈເຮັດ, ມຸ້ງໝັ້ນ ແລະ ອົດທົນ ສຸດທ້າຍແລ້ວຜົນໄດ້ຮັບກໍ່ຄື ຄວາມສໍາເລັດນັ້ນເອງ.

ທີ່ມາ: FM 90

Leave a Reply

Your email address will not be published. Required fields are marked *

Back to top button