ແຜ່ນດິນໄຫວ 6,8 ຣິກເຕີ ທີ່ມົນທົນເສສວນປະເທດຈີນເຮັດໃຫ້ຄົນເສຍຊີວິດແລ້ວ 46 ຄົນ

ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 6,8 ຣິກເຕີ ສະເທືອນທົ່ວມົນທົນເສສວນຂອງຈີນ ເປັນແຜ່ນດິນໄຫວທີ່ຮຸນແຮງສຸດໃນຮອບ 5 ປີ ສະເທືອນໄປໄກ ຈົນເຮັດໃຫ້ມີຄົນເສຍຊີວິດແລ້ວ ຢ່າງໜ້ອຍ 46 ຄົນ. ສູນຫາຍ 16 ຄົນ, ບາກເຈັບ ຫລາຍກວ່າ 50 ຄົນ

ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ໃນວັນທີ 5 ກັນຍາ 2022 ເກີດແຮງສັ່ນສະເທືອນຂອງແຜ່ນດິນໄຫວໄດ້ເກີດຂຶ້ນໃນຊ່ວງຕອນສວຍ ເວລາປະມານ 12:52 ໂມງ ຕາມເວລາທ້ອງຖິ່ນ

ໂດຍການວັດແຮງສັ່ນສະເທືອນຢູ່ທີ່ 6,8 ຣິກເຕີ ສູນກາງແຜ່ນດິນໄຫວຢູ່ເມືອງຫຼູ່ຕິ່ງ (Luding) ເຊິ່ງເປັນເມືອງແຖບພູຜາ ເຮັດໃຫ້ຖະໜົນຫຼາຍສາຍ ແລະ ບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຈຳນວນຫຼາຍ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ທາງການຂອງຈີນລະບຸວ່າ ຈາກການແຜ່ນດິນໄຫວ ມີຄົນເສຍຊີວິດແລ້ວ 46 ຄົນ, ສູນຫາຍ 16 ຄົນ. ຂະນະທີ່ຜູ້ໄດ້ຮັບບາດເຈັບມີຈຳນວນຫຼາຍກວ່າ 50​ ຄົນ.

ແຜ່ນດິນໄຫວເທື່ອນີ້ນັບເປັນແຜ່ນດິນໄຫວທີ່ແຮງທີ່ສຸດນັບຕັ້ງແຕ່ ປີ 2008 ໂດຍວັດແທກໄດ້ 8 ຣິກເຕີ ແລະ ເຮັດໃຫ້ມີຄົນເສຍຊີວິດເກືອບ 70.000 ຄົນ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ໄດ້ສັ່ງໃຫ້ທຸກໜ່ວຍງານເລັ່ງໃຫ້ຄວາມຊ່ວຍເຫຼືອຕໍ່ຜູ້ປະສົບໄພແຜ່ນດິນໄຫວໃນມົນທົນເສສວນ ໂດຍໃຫ້ຄວາມສຳຄັນທີ່ສຸດຕໍ່ພາລະກິດການຊ່ວຍຊີວິດປະຊາຊົນ

ນອກຈາກນີ້ ຍັງສັ່ງໃຫ້ກອງທັບປົດປ່ອຍປະຊາຊົນຈີນ ແລະ ຕະຫຼວດ ເຂົ້າຊ່ວຍເຫຼືອແກ່ປະຊາຊົນໃນເຂດທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຮ່າງຮີບດ່ວນ.

ຊົມຄລີບ

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button