ເຈົ້າຫນ້າທີ່ ຈັບແກ້ງສາຍຕົ້ມ ນໍ້າກະທ້ອມ

ປກສ ປາກເຊ ຈັບສາຍຕົ້ມ “ນໍ້າກະທ້ອມ “

ໃນວັນທີ 5 ກັນຍາ 2022 ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ການສຶກສາອົບຮົມກຸ່ມໄວລຸ້ນຈໍານວນ 7 ຄົນ ທີ່ຖືກກັກໂຕເນື່ອງຈາກມີການພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມ.

ເຈົ້າຫນ້າທີ່ ໄດ້ເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍໄວລຸ້ນທີ່ມີພຶດຕິກໍາເຄື່ອນໄຫວຄ້າ-ຂາຍນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ຢູ່ຂອບເຂດບ້ານແກ້ວສໍາພັນ ນະຄອນປາກເຊ ແລະ ໃນວັນທີ 1 ກັນຍາ 2022, ເວລາ 1: 00 ໂມງ ມ້າງຈຸດມົ້ວສຸມຈຸດດັ່ງກ່າວ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 7 ຄົນ, ຍິງ 3 ຄົນ.

#ເຄື່ອງຂອງກາງ: ນໍ້າກະທ້ອມ 20 ລິດ, ໃບກະທ້ອມດິບ 7 ກິໂລ, ສານຕັ້ງຕົ້ນ (ນໍ້າເຊື້ອມຢາດີໄອ) 34 ແກ້ວ, ນໍ້າຕານ 5 ແກັດ ແລະ ອຸປະກອນນໍາໃຊ້ໃນການປຸງແຕ່ງນໍ້ກະທ້ອມ.

Leave a Reply

Your email address will not be published. Required fields are marked *

Back to top button