ມື້ນີ້ ເພີ່ມໃຫມ່ 296 ຄົນ

ມື້ນີ້ ຕິດເຊື້ອເພີ່ມໃຫມ່296 ຄົນ, ຊຸມຊົນ 283 ຄົນ, ເສຍຊີວິດໃຫມ່ 2 ຄົນ ( ສ່ວນຂໍ້ມູນລາຍລະອຽດຂອງຜູ້ເຍຊີວິດ ກົດນີ້ ອ່ານອ່ານຂໍ້ມູນ ຂອງເສຍຊີວິດ )

ລາຍງານຈາກຄະນະສະເພາະກິດ ເຊົ້າວັນທີ 17 ຕຸລາ 2021 ນີ້ວ່າ. ໄດ້ກວດວິເຄາະທັງໝົດ 6521 ຕົວຢ່າງ, ນະຄອນຫຼວງ 3851 ຕົວຢ່າງ, ສະຫວັນນະເຂດ 543, ຈໍາປາສັກ 261: ເຊີ່ງຜົນກວດພົບເຊື້ອໃຫມ່ 296 ຄົນ , ເຊີ່ງມີລາຍລະອຽດດັ່ງນີ້.

– ນະຄອນຫຼວງ: 105 ຊຸມຊົນ , ນຳເຂົ້າ 7 ຄົນ ລວມກັນ 112 ຄົນ

– ຫຼວງພະບາງ: ພົບຜູ້ຕິດເຊື້ອທັງໝົດ 49 ຄົນ ໃນນີ້ຢູ່ ນະຄອນຫຼວງພະບາງ 37 ຄົນ (ຊຸມຊົນ 37 ຄົນ), ຊຽງເງິນ 4 ຄົນ(ຊຸມຊົນ 4 ຄົນ), ຈອມເພັດ 3 ຄົນ(ຊຸມຊົນ 3 ຄົນ), ນ້ຳບາກ 2 ຄົນ ( ຊຸມຊົນ 2 ຄົນ, ງອຍ 3 ຄົນ (ຊຸມຊົນ 3 ຄົນ)

– ບໍ່ແກ້ວ: 20 (ຊຸມຊົນ)

– ຫຼວງນໍ້າທາ: 1 (ຊຸມຊົນ)

– ວຽງຈັນ: 47 (ຊຸມຊົນ)

– ໄຊຍະບູລີ 1 ຄົນ ນຳເຂົ້າ

– ໄຊສົມບູນ: 0 (ຊຸມຂົນ)

– ບໍລິຄໍາໄຊ: 2 (ຊຸມຊົນ)

– ຄໍາມ່ວນ: 15 (ຊຸມຊົນ)

– ສາລະວັນ: 13 (ຊຸມຊົນ) , ນຳເຂົ້າ 1

– ສະຫວັນນະເຂດ: 12 ຄົນ (ນໍາເຂົ້າ 4) (ຊຸມຊົນ)

– ຈໍາປາສັກ: 24 (ຊຸມຊົນ).

ຜູ້ທີ່ 1 ເພດຊາຍ, ອາຍຸ 69 ປີ, ອາຊີບ: ນັກທຸລະກິດ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ຜ່ານມາ ຍັງບໍ່ໄດ້ຮັuວັກຊີນປ້ອງກັນເຊື້ອໂຄວິດ-19.

ພະຍາດປະຈໍາຕົວ ມີພະຍາດຊັກບ້າຫມູ, ເບົາຫວານ ແລະ ຄວາມດັນເລືອດສູງ. ຜູ້ກ່ຽວເປັນຄົນເຈັບນອນຝົນຢົ້ວຢູ່ພະແນກລະບົບປະສາດ ຂອງໂຮງຫມໍມິດຕະພາບ ແຕ່ວັນທີ 26/09/2021

– ວັນທີ 29 ກັນຍາ 2011 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຍ້າຍເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2001.

– ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2011 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2 ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຜູ່ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.

– ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ – ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກບາງພະຍາດໂຄວິດ-19

– ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍສະເນາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງຫມໍດັ່ງກ່າວ (ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມມືໃນການປິ່ນປົວເທົ່າທີ່ຄວນ).

ວັນທີ 15/10/2011 ເວລາ 2ໂມງ ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງຫມໍສະຫນາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ຂໍຂອບໃຈ ທີ່ທຸກຄົນຮ່ວມໃຈປະຕິບັດການຕ້ານພະຍາດໂຄວິດ

Leave a Reply

Your email address will not be published. Required fields are marked *

Back to top button