ແໍເກັບໄວ້!. ຢາດີ ຊ່ວຍບຳລູງຫົວໃຈ, ລິດສິດວງດັງ ແລະ ຊ່ວຍບຳລຸງສະໝອງ

ເຊື່ອວ່າຫຼາຍໆຄົນ ຄົງຈະຮູ້ ແລະ ຄຸ້ນເຄີຍກັນເປັນຢ່າງດີ ສຳລັບໝາກໄມ້ພື້ນບ້ານຂອງລາວເຮົາ ເຊິ່ງມີເກືອບທຸກພື້ນທີ່ໃນຂອບເຂດທົ່ວປະເທດນັ້ນກໍ່ຄື ໝາກບົກ ຫຼື ມີຊືື່ສາມັນວ່າ Barking deer’s mango ເປັນໝາກໄມ້ພື້ນບ້ານຊະນິດໜຶ່ງ

ທີ່ຄົນສ່ວນໃຫຍ່ ນິຍົມນຳມາກິນຫຼິ້ນ ເນື່ອງຈາກມັນມີລົດຊາດຫອມ, ມັນ ແຖມມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ສັບພະຄຸນທາງຢາທີ່ດີຕໍ່ສຸຂະພາບອີກດ້ວຍ.

ໝາກບົກ ມີສັບພະຄຸນຫຼາຍຢ່າງໂດຍສະເພາະແກ່ນຂອງມັນຊ່ວຍບຳລູງສະໝອງ, ຊ່ວຍບໍາລູງຫົວໃຈ, ຊ່ວຍປິ່ນປົວລິດສະດວງດັງ, ຊ່ວຍບັນເທົາອາການຫອບຫືດ, ຊ່ວຍໃຫ້ຄວາມອົບອຸ່ນແກ່ຮ່າງກາຍ ແລະ ຊ່ວຍໃຫ້ຈະເລີນອາຫານ.

ໝາກບົກ ສາມາດໃຊ້ເປັນຢາລະບາຍ ດ້ວຍການໃຊ້ໝາກບົກອ່ອນປະມານ 1 ກຳມື ນໍາມາຕົ້ມປະສົມກັບເກືອ ແລະ ໝາກເຜັດເລັກນ້ອຍ ແລ້ວຮັບປະທານອາທິດລະຄັ້ງ ( ຫາກໃຊ້ຫຼາຍຈະມີລິດເປັນຢາຖ່າຍ). ພ້ອມດຽວກັນນັ້ນ, ຍັງຊ່ວຍບຳລູງໝາກໄຂ່ຫຼັງ.

ສ່ວນໃບຊ່ວຍແກ້ອາການຄັນຕາມຜິວໜັງ ສ່ວນແກ່ນມີລົດຮ້ອນ ຊ່ວຍບຳລູງເສັ້ນເອັນ ແກ້ເສັ້ນເອັນພິການ, ບຳລູງໄຂຂໍ້ກະດູກ ແລະ ແກ້ຂໍ້ຂັດໄດ້.

ນອກຈາກນັ້ນ, ຊີ້ນເນື້ອຂອງໝາກບົກ ຊ່ວຍຂ້າພະຍາດໃນທ້ອງ ເຊິ່ງສາມາດໃຊ້ໄດ້ທັງຄົນ ແລະ ສັດ. ຫາກນຳໃຊ້ນຳຄົນ ໃຫ້ໃຊ້ໝາກບົກບໍ່ແກ່ ຫຼື ອ່ອນເກີນໄປ ປະມານ 3 ໜ່ວຍ ຕໍາປະສົມກັບນໍ້າໝ່າເຂົ້າ 1 ຖ້ວຍກາງ ແລ້ວຕອງເອົາແຕ່ນໍ້າ ດື່ມກ່ອນນອນມື້ລະຄັ້ງ ຕິດຕໍ່ກັນ 3 ວັນ.

ສຳລັບໃຊ້ຂ້າພະຍາດໃນທ້ອງຂອງສັດລ້ຽງເຊັ່ນ: ໝາຂີ້ເຮື້ອນ ກໍ່ໃຫ້ໃຊ້ສູດດຽວກັບການຂ້າພະຍາດໃນທ້ອງຂອງຄົນ ແຕ່ໃຫ້ເພີ່ມປະລິມານຂອງໝາກບົກເປັນເທົ່າຕົວ ໃຫ້ກິນ 3 ວັນຫາຍຂາດ.

ຂໍ້ມູນ: www.clickan10.com

Leave a Reply

Your email address will not be published. Required fields are marked *

Back to top button