ສົ່ງກຳລັງໃຈໃຫ້ແນ່: ມື້ນີ້ ນັກຮົບຊຸດຂາວ ຕິດໂຄວິດ 12 ຄົນ

ພະນັກງານແພດ ເມືອງປະທຸມພອນ ຕິດໂຄວິດເຖິງ 12 ຄົນ! ສົ່ງແຮງໃຈໃຫ້ນັກຮົບຊຸດຂາວ ສູ້ໆເດີ

This image has an empty alt attribute; its file name is patedlao-com-laoevent-135.jpg

ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນເຊົ້າວັນທີ 1 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ທີ່ແຂວງຈໍາປາສັກ ມີການຕິດເຊື້ອໃນຊຸມຊຸນ 14 ຄົນ ໃນນີ້ມີ ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸມພອນ 12 ຄົນ; ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 31 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3,828 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 274 ຄົນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,289 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,418 ຄົນ.

This image has an empty alt attribute; its file name is Screenshot_2021-09-01-08-39-34-59_a23b203fd3aafc6dcb84e438dda678b6-1024x633-1-1.jpg

ຈໍານວນຜູ້ຕິດເຊື້ອໃໝ່ 274ຄົນ, ມີກໍລະນີນໍາເຂົ້າ ມີ 220 ຄົນ ຈາກ ແຂວງວຽງຈັນ 1 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 3 ຄົນ ,ຈຳປາສັກ 45 ຄົນ ແລະ ສະຫວັນນະເຂດ 167 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ, ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ: ຈາກ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ 01 ຄົນ: ເພດຍີງ ອາຍຸ 36 ປີ ອາຊີບແມ່ເຮືອນ, ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 01 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ່ 27 ສີງຫາ 2021. ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ

ແຂວງ ສະຫວັນນະເຂດ 12 ຄົນ: ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 04 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ; ບ້ານຫົວເມືອງເໜຶອ ມີ 03 ຄົນ; ອີກ 05 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ

This image has an empty alt attribute; its file name is healthcare-workers-despair-emergency-need-ppe-distress-crying-doctor-during-covid-19-needing-help-hospital_61243-1089.jpg

ບໍ່ແກ້ວ 18 ຄົນ: ທັງໝົດ 18 ຄົນມາຈາກ ເຂດເສດຖະກິດພິເສດສາມລ່ຽມທອງຄຳ

ຈໍາປາສັກ 14 ຄົນ : ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ; ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ

ຄຳມ່ວນ 4 ຄົນ, ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາ, ເມືອງ ຫີນບູນ: 3 ຄົນ ຈາກບ້ານມ່ວງໄຂ່, ເມືອງ ທ່າແຂກ: 1 ຄົນ ຈາກບ້ານ ເລົາໂພໄຊ.

This image has an empty alt attribute; its file name is download-2.jpg

ຫຼວງນ້ຳທາ 1 ຄົນ

ຫຼວງພະບາງ 1 ຄົນ : ບ້ານປ່າໄຜ່ ເມືອງນານ, ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງ ນານ.

ໄຊຍະບູລີ 1 ຄົນ : ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ ບ້ານສີເມືອງ, ເມືອ ງໄຊຍະບູລີ ສຳຜັດກັບຜູ້ເຊື້ອຜ່ານມາ.

ແຂວງວຽງຈັນ 1 ຄົນ : ບ້ານໂພນແພງ, ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ

ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວ

ທີ່ຖືກກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

Back to top button