ແຈ້ງດ່ວນ!.. ປະກາດຫາເຈົ້າຂອງລົດ REVO ສີຂາວ ໃຫ້ໄປພົວພັນເອົາເດີ

ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຂໍຖືເປັນກຽດມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ບັນດາບໍລິສັດ ແລະ ພໍ່ຄ້າຊາວຂາຍ ຢູ່ພາຍໃນແຂວງ ບໍ່ແກ້ວ ແລະ ຕ່າງແຂວງຊາບວ່າ:

ໃນຄັ້ງວັນທີ 20/ 10/2021 ເຈົ້າຫນ້າທີ່ ປກສ ແຂວງ ບໍ່ແກ້ວ ໄດ້ກວດເຫັນລົດກະບະ ຢີຫໍ້ TOYOTA REVO ສີຂາວ ເລກທະບຽນ ຂຂ 5879 ກໍາເເພງນະຄອນ

ທີ່ຈອດໄວ້ຢູ່ແຄມທາງໄປສະຫນາມບິນຕໍ່ຫນ້າຮ້ານວັງວີວມໍເຕີ ບ້ານ ອຸດົມ, ເມືອງ ຫ້ວຍ ຊາຍ, ແຂວງ ບໍ່ແກ້ວ ແຕ່ບໍ່ພົບເຫັນຜູ້ຂັບຂີ່ ຫຼື ເຈົ້າຂອງລົດ ຈາກນັ້ນ ເຈົ້າຫນ້າທີ່ຈື່ງໄດ້ເອົາລົດຄັນດັ່ງກ່າວ ມາປົກປັກ ຮັກສາໄວ້ຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ປະຈຸບັນຍັງບໍ່ທັນມີບຸກຄົນ ຫຼື ພາກສ່ວນໃດມາພົວພັນເອົາ,

ດັ່ງນັ້ນ ຈື່ງໄດ້ແຈ້ງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ບໍລິສັດ ແລະ ພໍ່ຄ້າ – ຊາວຂາຍ ໃຫ້ ນໍາເອົາ ເອກະສານລົດມາຢັ້ງຢືນເອົານໍາເຈົ້າຫນ້າທີ່ ປກສ ແຂວງ ບໍ່ແກ້ວ ຕາມໂມງລັດຖະການ ເຊີ່ງກໍານົດເວລາ 30 ວັນ ຖ້າກາຍກໍານົດເວລາຕາມແຈ້ງ ການ ແມ່ນສະຫຼະສິດ, ສ່ວນລົດຄັນດັ່ງກ່າວຈະຖືກຮິບເປັນຂອງລັດ.

_ ດັ່ງນັ້ນ, ກອງບັນຊາການ ປດສ ແຂວງ ບໍ່ແກ້ວ ຈື່ງອອກແຈ້ງການສະບັບນີ້ມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ພະນັກງານ, ທະຫານ, ຕໍາຫຼວດ, ບໍລິສັດ ແລະ ພໍ່ຄ້າ – ຊາວຂາຍ ໃນຂອບເຂດທົ່ວແຂວງ ບໍ່ແກ້ວ ແລະ ຕ່າງແຂວງ ເພື່ອຮັບຊາບ.

Leave a Reply

Your email address will not be published. Required fields are marked *

Back to top button