ປະທານບໍລິສັດນ້ຳມັນຣັດເຊຍ ເສຍຊີວິດແລ້ວ

ປະທານບໍລິສັດນ້ຳມັນຣັດເຊຍເສຍຊີວິດ ຍ້ອນຕົກຈາກປ່ອງຢ້ຽມຢູ່ຊັ້ນທີ 6 ຂອງໂຮງໝໍແຫ່ງໜຶ່ງ.
ວັນ​ທີ 1 ກັນຍາ​ນີ້, BBC ​ໄດ້​ລາຍ​ງານ​ວ່າ,

ທ່ານ Ravil Maganov ທ່ນ ລາວິວ ມາການອຟ, ອາຍຸ 67 ປີ, ປະທານ​ຄະນະ​ກຳມະການ​ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ Lukoil ຂອງ​ລັດ​ເຊຍ, ​ໄດ້​ເສຍ​ຊີວິດ​ພາຍຫຼັງ​ຕົກ​ຈາກ​ປ່ອງຢ້ຽມ​ຂອງ​ໂຮງໝໍ​ສູນ​ກາງ​ມົສກູ, ເຊິ່ງເປັນບ່ອນ​ທີ່​ທ່ານ Maganov ພວມ​ຟື້ນ​ຟູ.

ນັບເປັນຜູ້ບໍລິຫານທຸລະກິດລະດັບສູງຫຼ້າສຸດຂອງຣັດເຊຍ. ເປັນການເສຍຊີວິດທີ່ລຶກລັບ.

ຂະນະທີ່ບໍລິສັດນ້ຳມັນຍັກໃຫຍ່ລຸກອອຍ ຍືນຍັນການເສຍຊີວິດຂອງ ທ່ານ ມາການອຟ ແຕ່ລະບຸພຽງວ່າ ທ່ານມາການອຟ ເສຍຊີວິດ ຍ້ອນອາການເຈັບປ່ວຍຮຸນແຮງ ບໍ່ໄດ້ລະບຸຈາກການຕົກຈາກຕຶກທີ່ສູງ,

ພ້ອມດຽວກັນຍັງຍ້ອງຍໍຄວາມສາມາດດ້ານການບໍລິຫານ ທີ່ສາມາດພັດທະນາເຮັດໃຫ້ບໍລິສັດ ລຸກອອຍ ສາມາດເປັນບໍລິສັດພະລັງງານລາຍໃຫຍ່ທີ່ສຸດໃນໂລກ.

ຊົມຄລີບ

ແຫຼ່ງຂໍ້ມູນ: BBC

Leave a Reply

Your email address will not be published. Required fields are marked *

Back to top button