ອະດີດຜູ້ນຳຂອງຣັດເຊຍໄດ້ເສຍຊີວິດແລ້ວ ຂໍສະແດງຄວາມເສຍໃຈ

ອະດີດຜູ້ນຳຂອງຣັດເຊຍ ມິຄາອິລ ໂກບາຊອຟ ໄດ້ເສຍຊີວິດແລ້ວຫຼັງຈາກທີ່ມີອາການປ່ວຍໜັກເປັນເວລາດົນ.

ສື່ຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ: ອະດີດປະທານາທິບໍດີຂອງຣັດເຊຍ ມິຄາອິລ ໂກບາຊອຟ ຜູ້ນຳຄົນສຸດທ້າຍຂອງສະຫະພາບໂຊວຽດ ທີ່ມີບົດບາດສຳຄັນໃນການຢຸດຕິສົງຄາມເຢັນ ໄດ້ເສຍຊີວິດລົງແລ້ວ ໃນວັນທີ 30 ສິງຫາ 2022 ຈາກອາການປ່ວຍເຮື້ອຮັງ ທີ່ໂຮງໝໍເຊັນທັນມອສໂກຄຣິນິຄັລ.

ທ່ານ ໂກບາຊອຟ ອາຍຸ 91 ປີ ນັບເປັນນັກການເມືອງທີ່ໄດ້ຮັບສຽງຊື່ນຊົມຈາກທາງຕະເວັນຕົກເປັນຢ່າງຫຼາຍ ຈາກການເປັນຜູ້ນຳທີ່ກ້າວໜ້າ ແລະ ເປີດກວ້າງໃນການເຈລະຈາເພື່ອສັນຕິ ຈົນເຖິງຂັ້ນໄດ້ຮັບລາງວັນໂນເບວ ສາຂາສັນຕິພາບໃນປີ 1990 ຂະນະທີ່ປະຊາຊົນຣັດເຊຍບາງສ່ວນອາດຮູ້ສຶກຕ່າງອອກໄປ ເນື່ອງຈາກວ່າຄົນກຸ່ມນັ້ນເບິ່ງວ່າ ລາວເປັນຄົນທີ່ເຮັດໃຫ້ໂຊວຽດລົ່ມສະຫຼາຍ.

ຫຼັງຈາກມີການລາຍງານອອກມາ ຜູ້ນຳທົ່ວໂລກຕ່າງກໍ່ອອກມາສະແດງຄວາມໄວ້ອາໄລຕໍ່ການຈາກໄປຂອງອະດີດຜູ້ນຳໂຊວຽດ.

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button