ອຳນວຍການບໍລິສັດ ບໍ່ໄດ້ໂຕນຫນີ

ອຳນວຍການບໍລິສັດ ບໍ່ໄດ້ໂຕນຫນີ

ໃນວັນທີ 31 ສິງຫາ 2022 ມີປະຊາຊົນຈຳນວນຫນຶ່ງ ໄປຖອນເງິນຄ່າລົງທະບຽນ ກັບບໍລິສັດສະຫວັນ ຈັດຫາງານ ແລະ ພາກັນມາຖອນເງິບໍ່ໄດ້, ພ້ອມທັງກ່າວຫາວ່າ ອຳນວຍການບໍລິສັດ ເອົາເງິນໂຕນຫນີ.

ຕໍ່ມາກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ )ຊີ້ແຈງວ່າ: ອຳນວຍການ ບໍລິສັດສະຫວັນ ຈັດຫາງານ ຍັງ ແມ່ນນອນຢູ່ໃນການຄຸ້ມຄອງຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ປັດຈຸບັນແມ່ນ ບໍລິສັດສະຫວັນຈັດຫາງານ , ແມ່ນໄດ້ຕິດຕາມຄະນະກົມການຈັດຫາງານ ໄປ ເຄື່ອນໄຫວວຽກທີ່ ປະເທດ ສ. ເກົາຫລີ , ເພື່ອຕິດຕາມແຮງງານ, ປືກສາຫາລືກັບພາກລັດ ຂອງ ສ. ເກົາຫລີ ກຽ່ວກັບ

👉ການຮວ່ມມື ຈັດສົ່ງໄປເຮັດວຽກຕາມລະດູການ ແລະ ແກ້ໄຂບັນຫາການໂຕນໜີ ຂອງແຮງງານ ຢູ່ ສ.ເກົາຫລີ ໃນລະຫວ່າງວັນທີ 25 ສິງຫາ – 3 ກັນຍາ 2022.

ສຳລັບແຮງງານທີ່ໄດ້ລົງທະບຽນ ແລະ ຈ່າຍເງິນແລ້ວຫາກຕ້ອງການຖອນໂຕ, ບໍລິສັດ ແມ່ນຍິນດີ ສົ່ງເງິນຄືນຕາມລະບຽບການ.

ຊົມຄຣິບ

(ຂ່າວ: ສານ ຮສສ)

Leave a Reply

Your email address will not be published. Required fields are marked *

Back to top button