ຈີນຈະຈັດກອງປະຊຸມຄັ້ງໃຫຍ່ ສີ ຈິ້ນຜິງ ອາດຈະໄດ້ເປັນຜູ້ນຳຈີນ ສະໄໝທີ 3

ພັກກອມມູນິດຂອງຈີນ ຈະຈັດກອງປະຊຸມໃຫຍ່ ຄັ້ງທີ 20 ໃນວັນທີ 16 ຕຸລາ ເຊິ່ງຄາດວ່າຈະມີການສະເໜີຊື່ໃຫ້ ສີ ຈິ້ນຜິງ ເປັນປະທານາທິບໍດີຕໍ່ ເປັນສະໄໝທີ 3.

ສຳນັກຂ່າວ CNA ໄດ້ລາຍງານວ່າ: ພັກກອມມູນິດຂອງຈີນ ກຽມຈັດການກອງປະຊຸມສະພາຄອງເກຣສ ພັກກອມມູນິດ ເຊິ່ງຈະຈັດຂຶ້ນໃນທຸກໆ 5 ປີ ໃນວັນທີ 16 ຕຸລາ 2022 ໂດຍຄາດວ່າ ສີ ຈິ້ນຜິງ ຈະມີການສະເໜີໃຫ້ລາວເປັນປະທານາທິບໍດີຂອງປະເທດຈີນຕໍ່ໄປ ເປັນສະໄໝທີ 3 ເຊິ່ງເປັນເລື່ອງທີ່ບໍ່ເຄີຍເກີດມາກ່ອນ ທີ່ເນັ້ນຍ້ຳຄວາມເປັນຜູ້ນຳທີ່ມີອຳນາດທີ່ສຸດຂອງຈີນຕັ້ງແຕ່ ເໝົາ ເຈີ໋ຕົງ.

ຄະນະກຳມະການກົມການເມືອງພັກກອມມູນິດຈີນ (ໂປລິດບູໂຣ) ປະກາດກຳນົດການດັ່ງກ່າວໃນວັນອັງຄານທີ 30 ສິງຫາ 2022 ໂດຍກອງປະຊຸມ ຄັ້ງທີ 20 ຈະຈັດຂຶ້ນທີ່ມະຫາສາລາປະຊາຊົນ ໃນໃຈກາງກຸງປັກກິ່ງ ໄລຍະເວລາປະມານ 7 ມື້ ແລະ ຈັດຂຶ້ນເປັນການລັບຄືແຕ່ລະເທື່ອ.

ທັ້ງນີ້ ທ່ານ ສີ ຈິ້ນຜິງ ອາຍຸ 69 ປີ ເຊື່ອກັນວ່າຈະໄດ້ຮັບການສະເໜີຊື່ເປັນປະທານາທິບໍດີ ສະໄໝທີ່ 3 ໃນການປະຊຸມນີ້ ຫຼັງຈາກເມື່ອປີ 2018 ລາວໄດ້ຍົກເລີກຂໍ້ກຳນົດທີ່ຈຳກັດການດຳລົງຕຳແໜ່ງປະທານາທິບໍດີ 2 ສະໄໝ ກ່ອນທີ່ຈະມີການຢືນຢັນຕຳແໜ່ງໃນການປະຊຸມລັດຖະສະພາປະຈຳປີ ໃນເດືອນມີນາ.

Leave a Reply

Your email address will not be published. Required fields are marked *

Back to top button