ລົດກະບະຂົນຢາບ້າ 7 ລ້ານກວ່າເມັດ ບິນຕໍາກໍາແພງເຮືອນ

ລົດກະບະຂົນຢາບ້າ 7 ລ້ານກວ່າເມັດ ບິນຕໍາກໍາແພງເຮືອນ

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ໄດ້ມີອຸບັດຕິເຫດລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ ( ເອກະຊົນ ) ຕໍາກໍາແພງຮົ້ວຂອງປະຊາຊົນ ຢູ່ບ້ານ ປ່າອ້ອຍ , ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ

(ເຂດພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ) ຈາກນັ້ນ ກໍ່ໄດ້ມີເຈົ້າຫນ້າທີ່ທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດຢູ່ພາຍໃນລົດ ແລ້ວຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ,

ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າຫນ້າທີ່ທະຫານ

ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ, ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ ຢາໄອສ໌ ຈຳນວນ 01 ຫໍ່, ນ້ຳໜັກ 01 ກິໂລກຼາມ, ປຶ້ມຕຶດຕາມການຂຶ້ນທະບຽນລົດ 01 ຫົວ, ປ້າຍລົດຈຳນວນ 03 ຄູ່ຄື:

ກກ 1528 ບໍ່ແກ້ວ ( ປ້າຍສີຟ້າ ), ຮຮ 1889 ກໍາແພງນະຄອນ ( ເອກະຊົນ ) ແລະ ອອ 5659 ກຳແພງນະຄອນ ( ເອກະຊົນ ), ເຊິ່ງລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ລາວນາ ວ່າງ, ຢູ່ບ້ານ ດົງນາໂຊກ, ເມືອງ ສີໂຄດຕະບອງ, ກຳແພງນະຄອນ,

ເຊິ່ງເວລາເກີດເຫດລົດຄັນດັ່ງກ່າວແມ່ນໄດ້ໃສ່ປ້າຍສີຟ້າ ກກ 1528 ກໍ່ແກ້ວ,ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວລົບຫນີ.

Leave a Reply

Your email address will not be published. Required fields are marked *

Back to top button