ຕຳຫລວດຈິງຫລືປອມຫວາ!..ຂໍໃຫ້ມີສະຕິນຳກັນ ໂຈນທຸກມື້ນີ້ມາທຸກຮູບແບບ

ໃຫ້ມີສະຕິນຳກັນ ໂຈນທຸກມື້ນີ້ມາທຸກຮູບແບບ ມີຜູ້ໃຊ້ເຟສບຸກທ່ານຫນຶ່ງຊື່: Nilamon Phonesavanh ໄດ້ໂພສເຕືອນສັງຄົມກ່ຽວກັບສິ່ງທີ່ຄອບຄົວລາວປະສົບຕົວຈິງ ວ່າ:

ຮູ້ຫນ້າບໍ່ຮູ້ໃຈ ຖ້າໃຜເຫັນບຸກຄົນໆນີ້ຂໍໃຫ້ທຸກໆຄົນລະວັງໃຫ້ດີເດີ້ ເພາະເປັນຄົນອັນຕະລາຍຕໍ່ບ້ານເມືອງບໍ່ຮູ້ວ່າເປັນຕຳຫລວດແທ້ຫລືວ່າປອມແປງມາ ເລື່ອງມີຢູ່ວ່າໃນເວລາ 7 :15 ນາທີ ຂອງວັນ ອາທິດ ທີ 28 /8/2022 ບຸກດັ່ງກ່າວໄດ້ຍ່າງເຂົ້າມາ

ທີ່ເຮືອນຂອງຂ້ອຍ ເບື້ອງຕົ້ນລາວຍົກມືນົບສະບາຍດີ ນຳແມ່ ເຖົ້າຂ້ອຍທີ່ກຳລັງປັດໃບໄມ້ຢູ່ຫນ້າບ້ານແລ້ວເວົ້າ” ສະບາຍດີ ຂ້ອຍເປັນເຈົ້າຫນ້າທີ່ຕຳຫລວດ ເພິ່ນໃຫ້ຂ້ອຍມາເອົາລົດ( ລົດໃຫຍ່ )ໃຫ້ໄປເອົາກຸນແຈມາໃຫ້ແນ່ ແມ່ເຖົ້າຕອບວ່າ

ເພິ່ນຍັງບໍ່ລົງມາແຕ່ເທິງເຮືອນ ແຕ່ລາວກະຍັງຈັ້ນຈໍ້ໃຫ້ໄປເອົາມາໃຫ້ ແມ່ເຖົ້າເລີຍບອກໃຫ້ລາວໂທຣເວົ້ານຳເພິ່ນເອງເຈົ້າມີເບີໂທຣເພິ່ນບໍ ລາວບໍ່ຕອບ

ພ້ອມທັງຍ່າງໄປດຶງປະຕູລົດໃຫຍ່ແລ້ວຍ່າງມາຈຶ້ງຕາໃສ່ແມ່ເຖົ້າ ແມ່ເຖ້າກໍ່ເລິຍຄິດວ່າມັນບໍ່ແມ່ນຄົນດີແລ້ວ ລາວເລີຍຍ່າງເຂົ້າປະຕູຂ້າງເຮືອນແລ້ວໃສ່ກອນມັນຍັງຍ່າງມານຳແລ້ວດຶ່ງປະຕູແລະຍ່າງຂ້າມທາງໄປມາພ້ອມທັງໄປດຶງປະຕູລົດແລ້ວກັບມາດຶງປະຕູຂ້າງ

ເຮືອນມັນຢາກຮ້າຍຢູ່ຫັ້ນປະມານເກືອບເຄິ່ງຊົ່ວໂມງແລ້ວຍ່າງຂ້າມໄປອີກຟາກທາງກົງກັນຂ້າມກັບເຮືອນຂ້ອຍ ຖ້າແມ່ເຖ້າບໍ່ມີສະຕິແມ່ນລົດຂອງຂ້ອຍມັນຕ້ອງໄດ້ໄປແນ່ນອນຈຶ່ງຝາກເຕືອນທຸກຄົນຖ້າເຈິະແນວນີ້ຕ້ອງມີສະຕິໃຫ້ດີ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button