ລົດໂດຍສານ 2 ຄັນ ຕຳກັນ ມີຜູ້ເສຍຊີວິດ 40 ຄົນ ໃນເຊເນການ

ລົດໂດຍສານ2ຄັນ ຕຳກັນ ໃນເຊເນການ ມີຜູ້ເສຍຊີວິດ 40ຄົນ

ຂປລ.ຕາມ​ຂ່າວ​ຈາກ ​ເຊ​ເນ​ການ,ວັນ​ທີ9​ ມັງກອນ​ນີ້, ລົດ​ໂດຍສານ 2ຄັນ ຕຳ​ກັນ ຢູ່​ທາງ​ຫລວງ​ ສາຍ​ໜຶ່ງ​ ໃນ​ເຂດ ກັດ​ຟຣີນ (Guffrine) ຂອງ​ເຊ​ເນ​ກາ​ລ ​ເຮັດ​ໃຫ້ມີ ​ຜູ້​ເສຍ​ຊີວິດ 40 ຄົນ ​ແລະ

ບາດ​ເຈັບ ຫລາຍ​ກວ່າ 100 ​ຄົນ​ ຖືກ​ເປັນ ​ອຸບັດ​ເຫດ​ ຄັ້ງ​ຮ້າຍ​ແຮງ​ ທີ່​ສຸດ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຫລາຍ​ທີ່​ສຸດ ​ໃນ​ຊຸມ​ປີ​ ຜ່ານ​ມາ. ປັດຈຸບັນ

,

ທ່ານ ມາ​ກີ ຊາລ (Magee Sal) ປະທານາທິບໍດີ ​ເຊ​ເນ​ການ ​ເດີ​ນທາງ​ມາ ສະ​ຖານ​ ທີ່​ເກີດ​ເຫດ ​ແລະ ຢ້ຽມຢາມ ຜູ້ທີ່​ໄດ້​ຮັບ ບາດເຈັບ. ຂະນະທີ່ ລັດຖະບານ ປະກາດ ໄວ້ອາ​ໄລ​ແລະ ​​ຊັກ​ທຸງຊາດ ​ລົງ​ເຄິ່ງ​ເສົາ ​ໃນ​ທົ່ວ​ປະ​ເທດ​ ເປັນ​ເວລາ 3 ວັນ​ ນັບ​ແຕ່​ວັນ​ນີ້.

,

ຊົມຄລີບ1

ຊົມຄລີບ2

ທິການຂ່າວ: ຕ່າງປະເທດ, ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

Back to top button