ດ່ວນ!! ເຈົ້ານະຄອນຫລວງພະບາງ ຮອງຄະນະກໍາມະການ ສະເໜີໃຫ້ຄະນະຈັດງານຊີ້ແຈງດ່ວນ ເພາະບໍ່ສົມສັກສີ

🔥🔥 ດ່ວນ!! ເລື່ອງບຸນຊ່ວງເຮືອເດືອນ 9 ທີ່ນະຄອນ ຫລວງພະບາງ ຍັງບໍ່ທັນຈົບເທື່ອ ເນື່ອງຈາກຄູ່ຊີງຊະນະ ເລີດມີບັນຫາ.

ຫລ້າສຸດ ເຈົ້າຄອງນະຄອນຫລວງພະບາງ ເຮັດໜັງສືສະເໜີເຖີງກ່ຽວຂ້ອງເພື່ອຮ່ວມຕີລາຄາ 3 ຫົວຂໍ້ທີ່ສັງຄົມສົນໃຈ.👇

ຫນັງສືສະເຫນີ

ຮຽນ: ທ່ານ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ທີ່ນັບຖືຢ່າງສູງ.

ຮຽນ: ທ່ານ ຮອງເຈົ້າແຂວງໄຊຍະບຸລີ ທີ່ນັບຖືຢ່າງສູງ. ຮຽນ: ທ່ານ ຮອງເຈົ້າແຂວງ ຫຼວງພະບາງ ທີ່ນັບຖືຢ່າງສູງ.

ເລື່ອງ: ຂໍ້ການປະກອບຄໍາເຫັນຕໍ່ຄູ່ເຮືອຊ່ວງຊິງເອົາຊະນະເລີດລະຫວ່າງເຮືອນະຄອນ ຫຼວງວຽງຈັນ ກັບ ເຮືອຊ່ວງແຂວງໄຊຍະບູລີ.

ໃນນາມທ່ານເປັນຄະນະປະທານ, ເປັນຝ່າຍສັງເກດການ ແລະ ເພື່ອເປັນຂໍ້ມູນ, ເປັນບ່ອນອິງທີ່ ຈະຕອບສັງຄົມ ຫຼື ຖະແຫຼ່ງການໃຫ້ສື່ສັງຄົມອອນລາຍໃນທົ່ວໂລກຮັບຊາບ ສະເຫນີໃຫ້ທ່ານ ມີທັດສະ ນະ ຕີລາຄາຕໍ່ກັບ 3 ຫົວຂ້ໍມີລາຍລະອຽດດັ່ງນີ້:

1. ຝ່າຍນັກກີລາສີພາຍ ແຂວງໄຊຍະບູລີ (ມີຄວາມຮັບຜິດຊອບແນວໃດ). 2. ຝ່າຍນັກກິລາສີພາຍ ເຮືອນະຄອນຫຼວງວຽງຈັນ (ມີຄວາມຮັບຜິດຊອບແນວໃດ). 3. ຄະນະກໍາມະການ (ມີຄວາມຮັບຜິດຊອບແນວໃດ).

ດັ່ງນັ້ນ, ຈຶ່ງຮຽນສະເຫນີມາຍັງທ່ານມີທັດສະນະ, ປະກອບຄໍາເຫັນດ້ວຍ.

ຊົມຄລີບ ຕອນກຽມຊີງຊະນະເລີດ

Leave a Reply

Your email address will not be published. Required fields are marked *

Back to top button