ສະພາບອາກາດຂອງແຕ່ລະແຂວງ ແຕ່ ມື້ນີ້ – 4 ກັນຍາ 2022

ສະຫຼຸບສະພາບອາກາດ ແລະ ລະດັບນ້ໍາ ໃນໄລຍະວັນທີ 22 ຫາ 28 ສິງຫາ 2022.

I. ຄາດຄະເນສະພາບອາກາດ ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022.

ໃນໄລຍະຕົ້ນອາທິດວັນທີ 29 ສິງຫາ ຫາ 01 ກັນຍາ 2022 ບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດ ໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ.

ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນທີ 02 ຫາ 04 ກັນຍາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຍັງຈະ ເຮັດໃຫ້ມີຝົນຕົກຟ້າຮ້ອງຫນ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງ ພາກເຫນືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າ ເຫຼືອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ໍາສຸດ 17 – 21 ອົງສາ ແລະ ສູງສຸດ 25 – 30 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຈະຕົກປານກາງ ຫາ ຕົກຫນັກຢູ່ບາງທ້ອງຖິ່ນໃນກາງຫາທ້າຍອາທິດ ອູນຫະພູມຕ່ໍາສຸດ 21 – 25 ອົງສາ ແລະ ສູງສຸດ 25 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງຢູ່ ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່າສຸດ 22 – 25 ອົງສາ ແລະ ສູງສຸດ 25 – 35 ອົງສາ,

ສໍາລັບ ແຂວງ ໄຊສົມບູນ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງ ສຸດ 25 – 23 ອົງສາ,

ພາກໃຕ້: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 26 – 34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 18 ອົງສາ ແລະ ສູງສຸດ 21 – 27ອົງສາ

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 24 – 26 ອົງສາ ແລະ ສູງສຸດ 31 – 34 ອົງສາ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖີງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບ ມີຝົນຕົກຫນັກ, ນໍ້າຖ້ວມຊູ, ນ້ໍາຖ້ວມຍິ່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ຖ້າໃຜຢາກຮູ້ ສະພາບອາກາດ ໄລຍະວັນທີ 08-14 ສິງຫາ 2022 ຜ່ານມາວ່າຜ່ານແຂວງໃດແມ່ນ ອ່ານດ້ານລົ່ມນີ້ ຫລື ອ່ານແຈ້ງການດ້ານລຸ່ມນີ້

,,

,,

,,,

,,,

,,,,

,,,

II. ສະຫຼຸບສະພາບອາກາດ ແລະ ລະດັບນ້ໍາ ໃນໄລຍະວັນທີ 22 ຫາ 28 ສິງຫາ 2022

ໃນໄລຍະວັນທີ 22 ຫາ 24 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ແຂວງພາກເຫນືອດ້ານ ຕາເວັນອອກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ໄດ້ເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນແຂວງພາກໃຕ້, ຈາກນັ້ນໃນໄລຍະ ກາງ ຫາ ທ້າຍອາທິດ ວັນທີ 25 ຫາ 27 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່ໄດ້ພາດຜ່ານພາກເຫນືອ ແລະ ພາກ ກາງຂອງປະເທດລາວ,

ປ່ອງເຂົ້າສູ່ລົມພາຍູຫມູນເຂດຮ້ອນ ມາອອນ ຫົວທີ 9 (MA-ON), ໄດ້ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ຕອນເທິງ ແລະ ວົງລັດສະຫມີຂອງພາຍຸເຂດຮ້ອນໄດ້ກວມເອົາແຂວງພາກເຫນືອ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງ ໃຕ້ໄດ້ເພີ່ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານ ກາງ ຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກຫຼາຍ ຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ,

ຈາກສະພາບມີ ຝົນຕົກຫນັກ ຫາ ຫນັກຫຼາຍ ໃນໄລຍະ ວັນທີ 24 ຫາ 26 ສິງຫາ 2012 ໄດ້ເຮັດໃຫ້ມີນ້ໍາຖ້ວມອັ່ງຢູ່ຫຼາຍບໍລິເວນ ເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ເກີດມີດີນເຈື່ອນ ແລະ ນ້ໍາຖ້ວມ, ເຮັດໃຫ້ມີຜົນເສຍຫາຍໂດຍສະເພາະ ເສັ້ນທາງຫຼວງຖືກຕັດຂາດ, ເສົາໄຟຟ້າຫັກລົ້ມ, ສັນຍານໂທລະສັບຖືກຕັດຂາດ, ເຮືອນຊານ ແລະ ຜົນລະປູກປະຊາຊົນເສຍ

ຫາຍຈໍານວນຫຼາຍ ຢູ່ແຂວງພາກເຫນືອ ເຊັ່ນ: ແຂວງ ອຸດົມໄຊ ເມືອງໄຊ, ເມືອງຫຼາ, ເມືອງນາຫມໍ້, ແຂວງຜົ້ງສາລີ ເມືອງຂວາ ແລະ ແຂວງຫຼວງນ້ໍາທາ ເມືອງນາແລ. ກ. ລາຍງານສະພາບອຸນຫະພູມ: ໃນຫນຶ່ງອາທິດຜ່ານມາ ສະພາບອຸນຫະພູມ ອາກາດໄດ້ເຢັນໃນຕອນເຊົ້າໂດຍສະເພາະຢູ່ເຂດ ພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ

ຊຶ່ງອຸນຫະພູມຕ່ໍາສູດຂີດ ແທກໄດ້ 16 – 20 ອົງສາ ແລະ ສູງສຸດຂີດແທກໄດ້ 21 – 30 ອົງສາ, ສໍາລັບແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ອາກາດຮ້ອນ ອຸນຫະພູມຕ່ໍາສຸດຂີດ ແທກໄດ້ 22 – 25 ອົງສາ ແລະ ສູງສູດຂີດແທກໄດ້ 31 – 34 ອົງສາ. ຂ. ລາຍງານສະພາບຝົນ: ໃນໄລຍະຫນື່ງອາທິດຜ່ານມາ ວັນທີ 23 ຫາ 26 ສິງຫາ 2002 ໄດ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງທົ່ວໄປຢູ່ໃນແຕ່ລະພາກ ແລະ ໄດ້ມີຝົນຕົກຫນັກ ຫາ ຕົກຫນັກຫຼາຍ

ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ຊື່ງປະລິມານນ້ໍາຝົນ 24 ຊົ່ວໂມງ ແທກໄດ້ແຮງສູດ ທີ່ສະຖານີ້ ນີຄົມ 34: 73.7 ມິນລີແມັດ, ປາກຊ່ອງ 47.4 ມິນລີແມັດ (ໃນວັນທີ 23 ສິງຫາ 2022), ໂພນໂຮງ 46.6 ມິນລີແມັດ, ປາກຊັນ 66.0 ມິນລີແມັດ (ໃນວັນທີ 25 ສິງຫາ 2022), ອຸດົມໄຊ 123.2 ມິນລີແມັດ, ຜົ້ງສາລີ 42.0 ມິນລີແມັດ, ຫຼວງນ້ໍາທາ 75.2 ມິນລີແມັດ, ວຽງພູຄາ 77.4 ມິນລີແມັດ, ນະຄອນຫຼວງວຽງຈັນ 58.3 ມິນລີແມັດ, ໄຊສົມບູນ 58.5 ມິນລີແມັດ, ຫຼັກ20: 49.3 ມິນລີແມັດ ແລະ ນາກາຍ 57.9 ມິນລີແມັດ (ໃນວັນທີ 26 ສິງຫາ 2022).

1.2. ສະພາບລະດັບແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາໃນຂົງເຂດທົ່ວປະເທດລາວ ແຕ່ວັນທີ 22 ຫາ 28 ສິງຫາ 2022:

ໃນໄລຍະວັນທີ 22 ຫາ 28 ສິງຫາ 2022 ພາກເຫນືອເຫັນໄດ້ວ່າ ລະດັບນ້ໍາແຕ່ລະສະຖານີແມ່ນເພີ່ມຂື້ນຫຼາຍ ໃນຊ່ວງທ້າຍອາທິດ, ຍົກເວັ້ນ ນ້ໍາຊໍາ (ຊໍາເຫນືອ) ແລະ ນ້ໍາຮຸ່ງ (ໄຊຍະບູລີ) ລະດັບນ້ໍາແມ່ນຫຼຸດລົງແຕ່ຕົ້ນ ຫາທ້າຍ ອາທິດ, ພາກກາງ ນ້ໍາງື່ມ ແຕ່ລະສະຖານີແມ່ນເພີ່ມຂື້ນໃນທ້າຍອາທິຕ, ຍົກເວັ້ນ ສະຖານີພຽງຫຼວງ ລະດັບນ້ໍາແມ່ນເພີ່ມ ຂື້ນໃນກາງອາທິດ,

ແລ້ວໄດ້ຫຼຸດລົງເລັກຫນ້ອຍໃນທ້າຍອາທິດ. ນ້ໍາງຽບ (ມ. ໃຫມ່), ນ້ໍາຊັນ (ມ,ເກົ່າ) ແລະ ນ້ໍາກະດິງ (ໂພນສິ) ເຫັນໄດ້ວ່າແຕ່ລະສະຖານີລະດັບນ້ໍາ ໄດ້ຫຼຸດລົງໃນຕົ້ນ ຫາ ກາງອາທິດ, ສ່ວນທ້າຍອາທິດລະດັບນ້ໍາແມ່ນໄດ້ ເພີ່ມຂື້ນ, ເຊບັ້ງໄຟ ລະດັບນ້ໍາແຕ່ລະສະຖານີແມ່ນ ຫຼຸດລົງໃນຊ່ວງຕົ້ນ ຫາ ກາງທິດ, ພາກໃຕ້ ເຊໂດນ ແລະ ເຊບັ້ງຫຽງ ເຫັນໄດ້ວ່າລະດັບນໍ້າແຕ່ລະສະຖານີແມ່ນຫຼຸດລົງແຕ່ຕົ້ນ ຫາ ທ້າຍອາທິດ, ເຊກອງ ລະດັບນ້ໍາແຕ່ລະສະຖານີແມ່ນຫຼຸດລົງ ແຕ່ຕົ້ນ ຫາ ທ້າຍອາທິຕ, ຍົກເວັ້ນສະຖານິລະມາມ ລະດັບນ້ໍາແມ່ນເພີ່ມຂຶ້ນໃນຊ່ວງກາງອາທິດ

,,

,,

,,

Leave a Reply

Your email address will not be published. Required fields are marked *

Back to top button