ຂະໜາດນັກເຕະ ຍັງຈົ່ມແລ້ວ! ຈາກນັກເຕະ ຫຼັງຈົບເກມລາວ 0 -4 ມາເລເຊຍ

ຂະໜາດນັກເຕະ ຍັງຈົ່ມແລ້ວ! ສຕລ ຕ້ອງໄດ້ ກວດສອບຄືນຄັກໆ ກັບທີມຊາດຊຸດໃຫຍ່ ທີ່ເຄີຍໃຫ້ສໍາພາດວ່າ ເປັນທີມທີ່ດີທີ່ສຸດ ແຕ່ຜົນງານ ຖືວ່າ ໜ້າຜິດຫວັງຢ່າງຍິ່ງ ກັບການແຂ່ງລາຍການ AFF Suzuki Cub 2020 ຄັ້ງນີ້…. ທ່ານເດ່ ມີຄວາມຄິດເຫັນຈ່າາາາງງງ ໃດ?

ຫລັງຈົບເກມ ຜູ້ໃຊ້ເຟສບຸກ Soukaphone Vongchiengkham ໄດ້ໂພສວ່າ : ບໍ່ຕ້ອງຖາມວ່າເກີດຫຍັງຂື້ນທຸກຄົນຮູ້ດີ 5ປີຢູ່ກັນມາບໍ່ມີຫຍັງດີຂື້ນເລີຍ ຂ້ອຍເກີດຢູ່ລາວ ຄົນລາວແທ້ໆ ແຕ່ບໍ່ມີສີດສີເວົ້າຫຍັງເລີຍເບາະ ນີ້ຄືທີມຊາດລາວ ຂອງຄົນລາວທັງປະເທດ

ບໍ່ແມ່ນຂອງໃຜຄົນໃດຄົນຫນື່ງ ເຈັບປວດທີ່ສຸດຮູ້ບໍ ໄດ້ໂປດ ເຂົ້າໃຈຄົນລາວທັງປະເທດແນ່ ແລະນັກກິລາທຸກຄົນພ້ອມ !! ບໍ່ອີຕົນຂ້ອຍ ກະອີຕົນຄົນເບີ່ງແນ່ເດີ

ແນ່ນອນຂ້ອຍສູ້ບໍ່ຖອຍຢູ່ແລ້ວເພື່ອປະເທດຂອງຂ້ອຍ ເຈົ້າເດ້ ຖອຍສາ ຂໍລະ This is my county!! ເລືອດຂ້ອຍຄືສີເຂັ້ມກ່ວາເລືອດພວກເຈົ້າຢູ່ດອກເນາະ ເຂົ້າໃຈຕາມນີ້ !!

ສູ້​ບໍ່ໄຫວ ທີມຊາດລາວ​ ເສຍໃຫ້​ ທີມຊາດ​ມາເລເຊຍ​ 0-4 ປະຕູການແຂ່ງ​ບານເຕະ​ AFF​SUZUKI​ ​CUP​ 2020​ ທີ່​ປະເທດ​ສິງກະໂປ​ ນັດທີ 2 ກຸ່ມ B​ ລົງແຂ່ງໃນເວລາ​ 16:30​ ໂມງ​ ໃນວັນທີ​ 9​ ທັນວາ​ນີ້​

ທີມຊາດລາວ ພົບ​ ທີມຊາດມາເລເຊຍ​ ຜົນການແຂ່ງຂັນຕ້ອງຍອມຮັບວ່າ​ ທີມຊາດລາວ​ເຮົາ​ ສູ້ກັບ ທີມຊາດ​ມາເລເຊຍ​ ບໍ່ໄຫວເຮັດໃຫ້ເສຍເຖິງ 4​ ປະຕູ.ມາເລເຊຍ​ ໄດ້ປະຕູຈາກ​ Safawi Rasid​ ນາທີ​ 7,​ 34,​ 80​ ແລະ​ ຈາກ Shahrul Saad ນາທີ​ 78.ເຮັດໃຫ້​ທີມຊາດລາວ​

ລົງ​ສະໜາມ​ 2​ ນັດ​ ຍັງບໍ່ມີ​ຄະແນນ, ເສຍ​ 6​ ປະຕູ, ນັດພົບ​ ຫວຽດນາມ​ ເສຍ​ 2​ ປະ​ຕູ​ ແລະ​ ພົບ​ ມາເລເຊຍ​ 4​ ປະຕູ.

Leave a Reply

Your email address will not be published. Required fields are marked *

Back to top button