ຣັດເຊຍ, ອີນເດຍ, ຈີນ ຕັດຂາດການໃຊ້ເງີນໂດລາ ຕະຫລອດການ

ອິນ​ເດຍ​ກັບ​ຣັດ​ເຊຍ​ປະ​ສົບ​ຄວາມ​ສຳ​ເຣັດ​ໃນ​ການ​ຈັດ​ຕັ້ງ​ກົນໄກ​ການ​ຊຳ​ລະ​ເງີນ​ຮ່ວມ​ກັນ​ໃນ​ສະ​ກຸນ​ເງີນ​ຣູ​ໂບ້​, ດູ​ປີ ​ແລະ​ເງີນ​ຢວນ​ ບໍ່​ມີ​ຄວາມ​ຈຳ​ເປັນທີ່ຈະ​ຕ້ອງ​ໃຊ້​ສະ​ກຸນ​ເງີນ​ດອນ​ລາສະຫະລັດອີກຕໍ່ໄປ

​​ປະຈຸບັນ​ນັ້ນ​ຣັດ​ເຊຍ​ກໍ​ຂາຍ​ນ້ຳ​ມັນ​ແລະ​ກາສ ໃຫ້ອິນ​ເດຍ​ໃນ​ປະລິມານ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວໂດຍບໍ່ສົນການຂ້ວຳຂອງຢູໂຣບ ​ແລະ​ ຣັດເຊຍກໍ່ສັ່ງ​ຊື້​ຜະລິດຕະພັນ​ດ້ານ​ການ​ກະເສດ​​ແລະ​ຜະລິດຕະພັນ​ອື່ນ​ໆ​ຈາກ​​ອິນ​ເດຍ​ເພື່ອ​ເປັນ​ການ​ແລກ​ປ່ຽນ

​ເຖິງວ່າ​ຢູໂຣບຈະກົດດັນໃຫ້​ອິນ​ເດຍ​ແຕ່​ອິນ​ເດຍ​ນັ້ນ​ຢັງ​ຄົງ​ສານ​ຕໍ່​ຄວາມ​ຮ່ວມ​ມື​ໃນ​ທຸກ​ຂອບ​ເຂດ​ທີ່​ຈຳ​ເປັນ​ກັບ​ທາງ​ດ້ານເສດຖະກິດກັບຣັດເຊຍ​ຕໍ່ໄປ

ປັດຈຸບັນ​ຕູ້ ATM ​ຕ່າງ​ໆ​ຂອງ​ອິນ​ເດຍ​ຈາກ​ສາມາດ​ເປີດ​ຮັບ​ເດ​ບິດ​ເປັນ ir ແລະ​ບັດ​​ເຄ​ດິດ​ຕ່າງ​ໆ​ຂອງ​ຣັດ​ເຊຍ​ໄດ້​ແລ້ວ​​. ເຊີ່ງການ​ໄປ​ທ່ຽວ​ລະຫວ່າງ​ຣັດເຊຍກັບອີນເດຍ ກໍ​ຈະ​ໃຊ້​ບັດ​​ເຄ​ດິດ​ຂອງ​ຕົວ​ເອງ​ ​ໂດຍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄປ​ດຳ​ເນີນ​ການ​ໃນ​ການ​ແລກ​ປ່ຽນ​ອັດຕາ​ເງີນ​ຫຍັງ​ຕ່າງ​ໆ​ໄປ​ອີກ

​ກະຊວງຕ່າງ​ປະເທດ​ຂອງ​ຣັດ​ເຊຍ​ຢືນຢັນ​​ວ່າ​ຈະຂະຫຍາຍ​ຂອບ​ເຂດ​ທາງ​ພູມສາດ​ຂອງ​ຝ່າຍ mir ແລະ​ກຳ​ລັງ​ດຳ​ເນີນ​ການ​ຳປໃນແຕ່ລະປະເທດ​ອີ​ຢິ​ປ​, ​ຈີນ​, ໄນ​ຈີ​ເຣຍ, ​ໄທ​ ແລະ​ ຫວຽດນາມ. ປະເທດ ​ເຫຼົ່າ​ນີ້​ບໍ່​ຕ້ອງ​ໃຊ້​ບັດ​ master ເໝືອນ​ແຕ່​ກ່ອນ​ແລ້ວ​ ແລະ ​ປະຈຸບັນ​ນັ້ນ​ລະບົບ​ຊຳ​ລະ​ເງີນ mir ຣັດເຊຍສາມາດ​ໃຊ້​ໃນ​ປະເທດ​ຕ່າງ​ໆ​ໄດ້​ຢ່າງ​ນ້ອຍ 11 ປະເທດແລ້ວ

ສ່ວນຈີນໄດ້ເທຂາຍເງີນໂດລາຈຳນວນຫລາຍ . ເພື່ອນຳເງີນຢວນມາໃຊ້ຫລະຫວ່າງການຊື້ຂາຍຕ່າງປະເທດ ແທນສະກຸນ ໂດລາ. ຈີນໄດ້ເຈລະນາການຊື້ຂາຍລະຫວ່າງຕ່າງປະເທດທີ່ມາຊື້ຂາຍກັບຈີນແມ່ນໃຊ້ສະກຸນເງີນຢວນເທົ່ານັ້ນ

ຊ ົ ມ ຄີລບ

Leave a Reply

Your email address will not be published. Required fields are marked *

Back to top button