ຫ່ວງຄືນເຫດ!..ທີ່ຟ້າ​ຜ່າ​ເຮັດໃຫ້ເຄື່ອງບິນໂດຍສານຣັດເຊຍຕົກ​ ເຮັດໃຫ້ມີຜູ້ເສຍຊີວິດຫລາຍຄົນ, ມີຜູ້ໂດຍສານ ແລະ ລູກເຮົືອ ທັງຫມົດ 78 ຄົນ

ເຄື່ອງ​ບິນ​ຂອງ​ສາຍ​ການ​ບິນ​ແອ​ໂຣ​ຟ​ລອດ​ຂອງ​ຣັດ​ເຊຍ ຕ້ອງ​ລົງ​ຈອດ​ສຸກ​ເສີນ​ທີ່​ທ່າ​ອາ​ກາດ​ຫລືເດີນບີນ ຢານ​ເຊ​ເຣ​ເມ​ເຕຍ​ໂວ ໃນ​ກຸງ​ມອດສະ​ໂກ.

ຫຼັງ​ຈາກ​ເຄື່ອງ​ບິນ​ຊຸກ​ຮອຍ ຊຸບ​ເປ​ອ​ຣ​໌​ເຈັດ​-100 ເກີດ​ໄຟ​ລຸກ​ໄໝ້ ເຮັດໃຫ້​ຜູ້​ໂດຍ​ສານ​ຕ້ອງ​ໜີ​ເອົາ​ຕົວ​ຣອດ​ດ້ວຍ​ການ​ໄຖ​ຕົວ​ລົງ​ຈາກ​ທາງ​ອອກ​ສຸກ​ເສີນ

ເຫດການ​ທີ່ເກິດຂື້ນ​ນີ້​ເຮັດໃຫ້​ມີ​ຜູ້​ເສຍຊີວິດ 41 ຄົນ ຈາກ​ຈຳນວນ​ຜູ້​ໂດຍ​ສານ​ແລະ​ລູກ​ເຮືອ​ທີ່​ຢູ່​ເທິງ​ເຄື່ອງ​ບິນ ທັງ​ຫມົດ 78 ຄົນ

ຜູ້​ໂດຍ​ສານ​ທີ່​ລອດ​ຊີວິດ​ມາ​ໄດ້​ບອກ​ວ່າ​ເຄື່ອງ​ບິນ​ຖືກ​ຟ້າ​ຜ່າ​ຫຼັງ​ຈາກ​ເຄື່ອງ​ທະ​ຍານ​ຂຶ້ນ​ໄດ້​ບໍ່​ດົນ​ແລະ​ພຽງ​ບໍ່​ຈັກ​ອຶດ​ໃຈ​ຫຼັງ​ຈາກ​ນັ້ນ​ກໍເກິດ​ໄຟ​ລຸກ​ໄໝ້ ,

ຂະນະ​ທີ່​ນາຍ​ເດ​ນິດ ນັກ​ບິນ​ປະຈຳ​ເຄື່ອງ ໃຫ້​ສຳພາດ​ສື່​ຣັດ​ເຊຍ​ວ່າ​ສາຍ​ຟ້າ​ແລບ​ທີ່ເກິດຂື້ນ​ລົບກວນ​ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ​ເຄື່ອງ​ບິນ​ແລະ​ຫໍ​ບັງຄັບ​ການ​ບິນ ຈົນ​ເຮັດໃຫ້​ທ່ານ​ຕ້ອງ​ຫັນ​ໄປ​ໃຊ້​ລະບົບ​ສຸກ​ເສີນ ໃນ​ການ​ຄວບ​ຄຸມ​ເຄື່ອງຈາກປະສົບການທິຕົນມີ

ຢ່າງໃດ​ກໍ​ດີ ທີມ​ສືບ​ສວນ​ສາ​ເຫດ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ ໃນ​ເລື່ອງ​ຟ້າ​ຜ່າ ຂະນະ​ທີ່​ເຄື່ອງ​ບິນ​ໃນ​ຍຸກ​ປະຈຸບັນ ຖືກ​ສ້າງ​ຂຶ້ນ​ໃຫ້​ມີ​ລະບົບ​ທີ່​ທົນ​ຕໍ່​ການ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ຖືກ​ຟ້າ​ຜ່າ​ໄດ້ ແລະ​ສາຍ​ການ​ບິນ​ແອ​ໂຣ​ຟ​ລອດ​ເອງ​ກໍ​ອອກ​ມາ​ລະ​ບຸ​ວ່າ ເຄື່ອງ​ບິນ​ລຳ​ດັ່ງ​ກ່າວ​ຕ້ອງ​ກັບ​ມາລົ​ງ​ຈອດ​ເພາະ “ເຫດຜົນ​ທາງ​ເທກ​ນິກ”

ທາງ​ການ​ຣັດ​ເຊຍ​ຕັ້ງ​ຂໍ້​ຫາ​ຢ່າງ​ເປັນ​ທາງ​ການ​ກັບ ນາຍ​ເດ​ນິດ ເອ​ຟ​ໂດ​ກິມ​ອ​ຟ ນັກ​ບິນ ສາຍ​ການ​ບິນ​ແອ​ໂຣ​ຟ​ລອດ ໄວ 42 ປີ ຖານການກະທຳ​​ໂດຍ​ປະ​ມາດ ຈາກ​ເຫດ​ເຄື່ອງ​ບິນ​ຊຸກ​ຮອຍ ຊູ​ເປ​ອ​ຣ​໌​ເຈັດ 100 ຖືກ​ຟ້າ​ຜ່າ​ກາງ​ອາ​ກາດ ຈົນ​ຕ້ອງ​ນຳ​ເຄື່ອງ​ລົງ​ຈອດ​ສຸກ​ເສີນ ( ນີ້ເປັນການຫ່ວງຄືນເຫດ 3 ປີ ເທົ່ານັ້ນ )

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button