ໝາກຕາກົບ ມີປະໂຫຍດທາງດ້ານຄຸນຄ່າທາງຢາທີ່ຫຼາກຫຼາຍ

ສຳລັບໝາກໄມ້ແບບບ້ານໆເຊັ່ນ: ໝາກຕາກົບ ທີ່ເຮົາເຄີຍກິນຕອນຍັງນ້ອຍ ແລະ ເປັນໝາກໄມ້ທີ່ບໍ່ເຄີຍມີໃຜເອົາມາວາງຂາຍ ຊຶ່ງມັນສາມາດເກີດຂຶ້ນເອງໄດ້ໂດຍແບບທຳມະຊາດ ແຕ່ສັບພະຄຸນ ແລະ ປະໂຫຍດຂອງໝາກຕາກົບແກ້ໂລກໄດ້ຫຼາຍຢ່າງ

ເຮົາເຊື່ອວ່າມີອີກຫຼາຍຄົນທີ່ຮູ້ຈັກກັບໝາກໄມ້ຊະນິດນີ້ ແຕ່ບໍ່ເຄີຍມີໃຜຮູ້ເລີຍວ່າປະໂຫຍດຂອງມັນເປັນແນວໃດ ແລະ ມື້ນີ້ເຮົາຈະພາໄປເບິ່ງປະໂຫຍດຂອງໝາກຕາກົບວ່າສາມາດນຳໄປເຮັດຫຍັງໄດ້ແດ່

ປະລິມານວິຕາມິນບີຈະມີສູງ ແລະ ສາມາດຊ່ວຍແກ້ອາການອ່ອນເພຍໄດ້ ແລະ ບັນເທົາອາການປວດຮາກ, ເປັນຢາລະບາຍໄດ້ ບຳລຸງກະດູກ ມີປະໂຫຍດຊ່ວຍດູດດຊັບຄໍເລັດເຕີຣໍ ຊ່ວຍລຸດຄວາມສ່ຽງການເກີດມະເຮັງລຳໄສ້ ແລະ ປ້ອງກັນເສັ້ນເລືອດໃນສະໜອງແຕກໄດ້

ທັງຕົ້ນ ແລະ ໃບລວມເຖິງຮາກ ກໍ່ສາມາດນຳມາກິນໄດ້ ເພາະຫຼາຍໆຄົນເຊື່ອວ່າເປັນຕຳລາທາງການແພດໂດຍຮາກກິນແກ້ໄຕອັກເສບ,

ຢາງຈາກຕົ້ນ: ເປັນສ່ວນປະກອບຢາແກ້ອະຫິວາຕົກໂລກ, ເປືອກຕົ້ນຊົງກິນແກ້ສຽງແຫ້ງ, ແກ້ເຈັບຄໍ, ເປືອກຕຳລວມກັບນໍ້າມັນໃຊ້ທາຖູນວດແກ້ເຈັບທ້ອງເປັນຕົ້ນ

ນໍ້າຢາງຈາກຕົ້ນ ແລະ ໃບສົດ: ກິນເປັນຢາລຸດໄຂມັນສຳລັບເດັກນ້ອຍ ແກ້ໂລກປວດອັກເສບ, ແກ້ໄອ, ແກ້ບິດ, ແລະ ຖອກທ້ອງ, ນໍ້າຕົ້ມໃບແຫ້ງກິນເປັນຢາປິ່ນປົວຂັບຂີ້ມູກ,

ແກ້ຫືດ, ຫອບ, ຫຼອດລົມອັກເສບ, ຂັບລົມ ແລະ ບຳລຸງຮ່າງກາຍໃບທີ່ຢ້າງໄຟຈົນແຫ້ງໃຊ້ຊົງກິນຫຼັງເກີດລູກ, ໝາກຕຳພອກແກ້ປວດຂໍ້

Leave a Reply

Your email address will not be published. Required fields are marked *

Back to top button